วันพุธที่ 10 ตุลาคม พ.ศ. 2561

ຜ້າລາຍເມັດງາ.

ຜ້າລາຍເມັດງາ.

ເປັນຜ້າທີ່ຕ່ຳດ້ວຍເຕັກນິກຕ່ຳຊັດທຳມະດາ ໂດຍຈະໃຊ້ເສັ້ນຢືນ (ເສັ້ນເຄືອຫູກ) ສີດຳສະຫລັບກັບສີຂາວ ເສັ້ນຕໍ່ເສັ້ນ, ສ່ວນເສັ້ນພຸ່ງຈະໃຊ້ສີດຳ ຫລືອາດຈະໃຊ້ສີຂາວແທນກໍ່ແລ້ວແຕ່ຄວາມປະສົງຂອງຜູ້ຕ່ຳຜ້າ. ນອກຈາກນີ້ຍັງສາມາດ ໃຊ້ສີດຳເປັນເສັ້ນຢືນ (ເສັ້ນເຄືອຫູກ), ສ່ວນເສັ້ນພຸ່ງຈະໃຊ້ສີດຳສະຫລັບ ກັບ ສີຂາວເສັ້ນຕໍ່ເສັ້ນ.
ລວດລາຍຂອງຜ້າ ຈຶ່ງມີຈຸດດຳ ແລະ ຈຸດສີຂາວກະຈາຍກັນທົ່ວທັງຜືນຜ້າ, ເບິ່ງແລ້ວຄ້າຍຄຶເມັດງາ, ຍ້ອນແນວນັ້ນ ເພີ່ນຈຶ່ງເອີ້ນວ່າ ຜ້າລາຍເມັດຂີ້ງາ ຫລື ລາຍຕາເມັດງາ. ຜ້າລວດລາຍນີ້ເປັນວັດທະນາທຳຂອງເຜົ່າຜູ້ໄທທີ່ອາໄສຢູ່ໃນເຂດພາກກາງຂອງປະເທດລາວເຮົາ.

ນອກຈາກ ພູມປັນຍາໃນການເພີ້ມສີສັນໃຫ້ແກ່ເສັ້ນຢືນ ຫລື ເສັ້ນພຸ່ງໃນເຕັກນິກພື້ນຖານ ຫລື ເຕັກນິກຕ່ຳຊັດທຳມະດານີ້ແລ້ວ, ຄົນລາວບູຮານຍັງໄດ້ມີຫົວຄິດປະດິດສ້າງ ໂດຍການລັງເສັ້ນໄຫມສອງສີເຂົ້າເປັນເສັ້ນດຽວກັນ, ບາງທ້ອງຖີ່ນຮ້ອງວ່າ ກ່ອມ ໂດຍຝັ້ນໄຫມສອງສີເຂົ້າກັນອາດຈະຝັ້ນໄປທາງຊ້າຍ ຫລື ທາງຂວາ ກໍ່ແລ້ວແຕ່ຄວາມຕ້ອງການ ແລ້ວຈຶ່ງນຳໄປໃຊ້ເປັນເສັ້ນຢືນ ຫລື ເສັ້ນພຸ່ງ ກໍ່ໄດ້, ເຕັກນິກການຕໍ່າຊັດທຳມະດາ ແຕ່ມີເສັ່ນຢືນ ແລະ ເສັ້ນພຸ່ງສອງສີນີ້ຍັງເອີ້ນວ່າ ເຕັກນິກຄວບເສັ້ນ.

ທີ່ມາຂອງບົດຄວາມ: ຫນັງສື ລາວ-ດິນແດນ ແຫ່ງວັດທະນາທຳ. 
ໂດຍ ທ່ານ ຫານຊະນະ ສີສານ

ไม่มีความคิดเห็น:

แสดงความคิดเห็น

ຄວາມຫມາຍຂອງ ເຮືອນ 3, ນ້ຳ 4

ຖ້າເວົ້າເລື່ອງ ສະເຫນ່ຂອງແມ່ນຍິງລາວ ແມ່ນມີອົງປະກອບດ້ວຍ ຄຳວ່າ “ເຮືອນ 3 ນ້ຳ 4” ຕາມຮີດເກົ່າຄອງເດີມ ຂອງຄົນລາວເຮົາທີ່ໄດ້ມີການສືບທອດກັນມາແຕ່ບູ...