วันอังคารที่ 5 กุมภาพันธ์ พ.ศ. 2562

ຄວາມຫມາຍຂອງ ເຮືອນ 3, ນ້ຳ 4


ຖ້າເວົ້າເລື່ອງ ສະເຫນ່ຂອງແມ່ນຍິງລາວ ແມ່ນມີອົງປະກອບດ້ວຍ
ຄຳວ່າ “ເຮືອນ 3 ນ້ຳ 4” ຕາມຮີດເກົ່າຄອງເດີມ ຂອງຄົນລາວເຮົາທີ່ໄດ້ມີການສືບທອດກັນມາແຕ່ບູຮານນະການ ແມ່ນໄດ້ມີຄວາມຫມາຍຄຶ:
#ເຮືອນສາມ.

1. ເຮືອນຄົວ: ເຮັດວຽກເຮືອນຄົວໃຫ້ດີງາມ ເປັນລະບຽບຮຽບຮ້ອຍ ທໍາຄວາມສະອາດເຮືອນຊານໃຫ້ເບິ່ງງົດງາມ, ຂອງໃຊ້ໃນເຮືອນຄົວຈັດໃຫ້ຖືກບ່ຶອນ ຮັບຜິດຊອບງານຄົວກິນ. ນອກຈາກນັ້ນ ວຽກງານຄົວເຮືອນທຸກ ປະເພດແມ່ນໜ້າທີ່ຂອງແມ່ຍິງ.

2. ເຮືອນຜົມ: ຄົນລາວບູຮານທຸກເຜົ່າຊົນແມ່ນເກົ້າຜົມໃຫ້ສວຍງາມສະ ເໝີ, ແຕ່ປັດຈຸບັນນີ້ ມີທັງດັດ, ມີທັງຕັດ, ມີທັງຊອຍ ແຕ່ຈະເຮັດຈັ່ງໃດກໍ ສຸດແລ້ວແຕ່ຕາມໃຈມັກ ທັງນີ້ກໍຕ້ອງຮັບປະກັນຄວາມງາມ, ຄວາມສະອາດ ແລະຖືກກັບໂຄງໜ້າ.

3. ເຮືອນກາຍ: ແຕ່ງກາຍໃຫ້ສະອາດຮຽບຮ້ອຍ ເບິ່ງແລ້ວງາມຕາ ແລະເວລາຢູ່ໃກ້ກໍຮູ້ສຶກດີ.

#ນ້ຳສີ່.

1. ນໍ້າດື່ມ: ນໍ້າໜ້າເຮືອນສະໄໝເກົ່າກ່ອນເພີ່ນມີບໍ່ນໍ້າຢູ່ໜ້າເຮືອນໃສ່ກະບວຍໄວ້ພ້ອມ, ຫຼືຕັ້ງໄວ້ໜ້າເດີ່ນບ້ານເລີຍ. ເວລາແຂກໄປໄທມາກໍໄດ້ ຕັກກິນສະບາຍ, ນໍ້າໃນເຮືອນ ຄືນໍ້າໃນເຮືອນຄົວ ຫຼືເຮືອນໃຫຍ່ ອັນນີ້ເປັນ ນໍ້າສຳລັບໃຊ້ສອຍ ແລະ ທັງກິນ ບໍ່ໃຫ້ຂາດແອ່ງຂາດອຸ ຢ່າງນ້ອຍຍາມຫິວ ກາງຄືນກໍໄດ້ຕັກກິນ ຫຼືເມື່ອເກີດເຫດໄຟໄໝ້ຂຶ້ນມາພໍໄດ້ດັບໄຟໃນເບື້ອງ ຕົ້ນໄດ້. ຄົນບູຮານຈຶ່ງມີຄຳເວົ້າວ່າ “ນໍ້າໃນໄຟຟືນ”.
2. ນໍ້າຄຳ: ນໍ້າຄໍານີ້ ເປັນຄໍາເວົ້າຄໍາຈາມ່ວນ ເພາະເສາະໃສ ບໍ່ກັບບໍ່ກອກ ເວົ້າຈາຊື່ກົງສະເໝີຕົ້ນສະເໝີປາຍ.

3. ນໍ້າໃຈ: ເປັນຄົນມີນໍ້າໃຈໂອບອ້ອມອາຣີນໍາສຍາດຕິພີ່ນ້ອງ ແລະເພື່ອນຝູງ.
4. ນໍ້າເຕົ້າປູນ: ຄວາມໝາຍໜຶ່ງແມ່ນ ຄົນລາວບູຮານທຸກເຜົ່າແມ່ນຄ້ຽວ ໝາກທັງຍິງທັງຊາຍ, ສະນັ້ນຄຳວ່າ ນໍ້າເຕົ້າປູນ ບໍ່ຄວນໃຫ້ແຫ້ງ ຄັນນໍ້າເຕົ້າ ປູນແຫ້ງ ເຂົາວ່າຍິງເຮືອນນັ້ນຂີ້ຄ້ານ, ອີກຄວາມໝາຍໜຶ່ງ ຄືນໍ້າເຕົ້າປູນ ຄືພູມຄວາມຮູ້ຂອງແມ່ຍິງທີ່ເປັນແມ່ເຮືອນຕ້ອງມີຄວາມຮູ້ ສະຫຼາດໃນກິດຈະ ການງານທັງປວງ.

ສະນັ້ນ, ຍິງງາມນັ້ນແມ່ນຍິງທີ່ມີອົງປະກອບ “ເຮືອນສາມນໍ້າສີ່”
ທີ່ມາຂອງບົດຄວາມ:




วันพุธที่ 23 มกราคม พ.ศ. 2562

ວ່າດ້ວຍຄອງ 14

ວ່າດ້ວຍຄອງ 14 ແມ່ນມີຄື: ຄອງ 14 ຢ່າງ ສຳລັບຄົນທົ່ວໄປ ແລະ ຄອງ 14 ຢ່າງ ຂອງພະລາຊາ, ສຳຄົນຄົນທົ່ວໄປແມ່ນໜ້າທີ່ຂອງໝົດທຸກຄົນຈະຕ້ອງປະພຶດປະຕິບັດຕໍ່ ກັນເຊັ່ນ: ຄູ່ຜົວ ເມຍ ຊາວບ້ານ ຄອບຄົວເຮືອນຊານ ແລະວັດວາອາຮາມສາສະໜາ ລາຍລະອຽດຄືລຸ່ມນີ້:

1.    ເມື່ອພືດໂພດເຂົ້າກ້າໝາກໄມ້ເປັນຮວງເປັນໝາກມາແລ້ວ ຕົນຢ່າຟ້າວກິນກ່ອນໃຫ້ເອົາທຳບຸນໃຫ້ທານແກ່ທ່ານຜູ້ມີສິນກິນ ກ່ອນ ແລ້ວຕົນຈິ່ງກິນພາຍລຸນ ແຕ່ປັດຈຸບັນບໍ່ຄ່ອຍປະຕິບັດຕາມແລ້ວ.

2.    ຢ່າໂລບລ່າຍຕາຊິງຕາຍ່ອຍ ຢ່າຈ່າຍເງິນແດງ ຢ່າແປງເງິນຄວ່າງ ແລະ ຢ່າກ່າວຄຳຫຍາບຊ້າກ້າແຂງໃສ່ກັນ.

3.    ໃຫ້ພ້ອມພາກັນເຮັດຮົ້ວຕ້າຍ ແລະ ກຳແພງອ້ອມຮອບວັດວາອາຮາມ ແລະເຮືອນແຫ່ງຕົນດ້ວຍການປຸກຫໍບູຊາເທວະດາໃນສີ່ແຈເຮືອນ.
4.    ເມື່ອຈະຂຶ້ນເຮືອນນັ້ນໃຫ້ຊ່ວຍລ້າຕີນເສຍກ່ອນແລ້ວຈິ່ງຂຶ້ນ.

5.    ເມືອເຖິງວັນສິນ 7-8-14-15ຄໍ່າ ໃຫ້ສົມມາກ້ອນເສົ້າແມ່ຄີໄຟ ແມ່ຂັ້ນໄດ ແລະ ປະຕູທີ່ຕົນໄດ້ອາໄສຢູ່ທຸກເຊົ້າຄໍ່າວັນຄືນ.

6.    ເມື່ອຈະເຂົ້ານອນນັ້ນໃຫ້ເອົານ້ຳສ່ວຍລ້າງຕີນຜົວແຫ່ງຕົນເສຍກ່ອນ ແລ້ວຈິ່ງເຂົ້ານອນ ເຊິ່ງປັດຈຸບັນບໍ່ນິຍົມໃຊ້ແລ້ວ.

7.    ເຖິງວັນສິນໃຫ້ເອົາດອກໄມ້ທູບທຽນສົມມາຜົວແຫ່ງຕົນ ພໍ່ແມ່ເຖົ້າແກ່ລຸງຕາຂອງຕົນ ເຖິງວັນອຸໂປສົດພະສົງຂອງ ອົງຄະເຈົ້າ ໃຫ້ແຕ່ງຂັນດອກໄມ້ທູບທຽນໄປເຄນສັງຄະເຈົ້າ.

8.    ເຖິງວັນສິນດັບສີນເພັງມາໃຫ້ນິມົນພະສັງຄະເຈົ້າມາສູນມຸງຄຸນເຮືອນ ແລ້ວທຳບຸນໃສ່ບາດຖວາຍທານ.

9.    ເມື່ອພະສົງມາບິນທະບາດນັ້ນຢ່າໃຫ້ເພິ່ນຄອຍຖ້າເວລາໃສ່ບາດກໍຢ່າໃຫ້ ຊູນບາດ ຊູນພິກຂຸສາມະເນນ ແລະ ຍາມໃສ່ບາດນັ້ນຢ່າໄດ້ໃສ່ເກີບ ກັ້ງຄັນຮົ່ມ ບໍ່ເອົາຜ້າປົກຫົວ ບໍ່ອູ້ມລູກຫຼານ ແລະຖືສາດຕາວຸດຕ່າງໆ.

10.   ເມື່ອພິກຂຸເຂົ້າປະລິດວາສະກຳຊຳລະເນື້ອຕົວແລ້ວເວລາອອກປະລິວາສະ ກຳໃຫ້ມີຂັນດອກໄມ້ທູບທຽນ ແລະເຄື່ອງອັດທະປະລິຂານໄປຖວາຍ.

11.   ເມື່ອພິກຂຸສັງຄະເຈົ້າກາຍມາ ໃຫ້ນັ່ງລົງຍໍມືໄຫວ້ກ່ອນ ແລ້ວຈິ່ງຄ່ອຍເຈລະຈາ.

12.   ຢ່າຢຽບເງົາເຈົ້າພິກຂຸສຳມະເນນ.

13.   ຢ່າເອົາອາຫານເງື່ອນຂອງຕົນກິນແລ້ວໄປທານໃຫ້ສັງຄະເຈົ້າ ແລະຢ່າເອົາໄວ້ຄອຍໃຫ້ຜົວກິນ.

14.   ຢ່າເສບກາມມະຄຸນໃນວັນສິນ ວັນເຂົ້າວັດສາ ວັນອອກວັດສາ ແລະ ວັນມະຫາສົງການຂຶ້ນປີໃໝ່.

ທັງໝົດເຫຼົ່ານັ້ນ ຄອງ 14 ທີ່ຄົນລາວເຮົານັບຖືມາແຕ່ດຶກດຳບັນ ຈົນມາຮອດປັດຈຸບັນ ໄດ້ເຄົາລົບນັບຖື ແລະ ປະຕິບັດໃຫ້ຖືກກັບຮີດຄອງປະເພນີອັນດີງາມຂອງຊາດຕະຫຼອດມາ.

ທີ່ມາຂອງບົດຄວາມ: https://lnr.org.la/

วันศุกร์ที่ 18 มกราคม พ.ศ. 2562

ຮີດ 12 ປະເພນີລາວ.

ຮີດ 12 ປະເພນີລາວ.

ຄຳວ່າຮີດ 12 ຄອງ 14 ທີ່ພວກເຮົາໄດ້ຍິນຜູ້ເຖົ້າເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ. ເຊິ່ງຄວາມໝາຍຂອງຮີດ 12 ຄອງ 14 ມີຢູ່ວ່າ: ຮີດ ແປວ່າ: ແບບຢ່າງ ຫລື ປະເພນີທີ່ເຄີຍປະພຶດສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນ ທັງພາສາເວົ້າ ແລະ ພາສາຂຽນ ເພິ່ນນິຍົມເວົ້າ ແລະຂຽນຄຳວ່າ: ຮີດຄອງປະເພນີ (ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວຄຳວ່າ ຂະນົບທຳນຽມ ແປເອົາໃຈຄວາມແລ້ວກໍແມ່ນປະເພນີທີ່ເຄີຍປະຕິບັດສືບທອດກັນມານັ້ນ ເອງ. ຮີດ ມາຈາກຄຳບາລີທີ່ວ່າ: ຈາປິດຕະ ເປັນໄດ້ທັງຄຳນາມ ແລະ ຄຳກະລິຍາ ຮີດ12 ໝາຍເຖິງປະເພນີພິທີກຳ (ຫລື ການເຮັດບຸນປະຈຳເດືອນ) ຂອງປະຊາຊົນລາວບັນດາເຜົ່າພາຍໃນ 12ເດືອນ ເພິ່ນຈະນັບເອົາຕາມເດືອນລາວ ບໍ່ແມ່ນເດືອນສາກົນ ເປັນຕົ້ນແມ່ນ:

1.    ເດືອນຈຽງ: ຈະມີພິທີລ້ຽງຜີຟ້າຜີແຖນ ນິມົນພະສົງອົງຄະເຈົ້າເຂົ້າປະລິວາດຊະກຳ.

2.    ເດືອນຍີ່: ຈະມີພິທີເຮັດບຸນເຂົ້າຄູນລານ (ບຸນກິນຈຽງ) ເຜົ່າມົ້ງ, ບຸນງະ ບຸນລະປືມ(ລາວເທິງພາກໃຕ້) ບຸນກະເລີ (ລາວເທິງພາກເໜືອ)

3.    ເດືອນສາມເພັງ: ເຮັດບຸນເຂົ້າຈີ່ ບຸນມາຂະບູຊາ ບຸນວັດພູຈຳປາສັກ

4.    ເດືອນສີ່: ເຮັດບຸນພະເວດ ຫຼື ບຸນມະຫາຊາດ

5.    ເດືອນຫ້າ: ເຮັດບຸນປີໃໝ່ລາວ ຫຼື ບຸນກຸດສົງການ

6.    ເດືອນຫົກ: ເຮັດບຸນວິສາຂະບູຊາ ແລະ ບຸນບັ້ງໄຟ

7.    ເດືອນເຈັດ: ເຮັດບຸນເບີກຊຳລະບ້ານ ແລະ ລ້ຽງ ປູ່ຕາ (ກຽມເຮັດໄຮ່ເຮັດນາ)

8.    ເດືອນແປດ: ເຮັດບຸນເຂົ້າພັນສາ

9.    ເດືອນເກົ້າ: ເຮັດບຸນເຂົ້າປະດັບດິນ

10.   ເດືອນສິບ: ເຮັດບຸນເຂົ້າສະຫຼາກ

11.   ເດືອນສິບເອັດ: ເຮັດບຸນອອກພັນສາ

12.   ເດືອນສິບສອງ: ເຮັດບຸນກະຖິນ ບຸນພະທາດຫຼວງ.

ເອົາໄວ້ບົດຄວາມສະບັບຫນ້າ ເຮົາຈະມານຳສະເຫນີວ່າ ຄອງ 14 ມີຫຍັງແດ່.

ທີ່ມາຂອງບົດຄວາມ: https://lnr.org.la/

วันจันทร์ที่ 14 มกราคม พ.ศ. 2562

ຄວາມຫມາຍຂອງຄຳວ່າວັດທະນະທໍາ

ວັດທະນະທໍາ

ຊາດລາວເປັນຊາດທີ່ມີວັດທະນະທໍາທາງດ້ານວັດຖຸ ແລະ ຈິດໃຈອັນດີງາມມາແຕ່ດົນນານ ແລະ ໄດ້ຮັບການອະນຸລັກຮັກສາພັດທະນາ ໄປຄຽງຄູ່ກັບການພັດທະນາປະເທດຊາດ ໃນແຕ່ລະຍຸກສະໄໝ.
– ວັດທະນະທໍາທາງດ້ານວັດຖຸ ທີ່ສະແດງໃຫ້ເຫັນເຖິງເອກະລັກພິເສດ ຂອງວັດທະນະທໍາລາວ ທີ່ຄົນລາວເປັນຜູ້ສ້າງຂຶ້ນປະກອບມີອາຄານ, ບູຮານນາສະຖານຕ່າງໆ ໃນນັ້ນສຳຄັນແມ່ນ ວັດວາອາຮາມທີ່ມີຊື່ສຽງ ເຊັ່ນ: ວັດພູຈຳປາສັກ, ທາດອີງຮັງ, ທາດໝາກໂມ, ວັດຊຽງທອງ, ພະທາດຫຼວງ, ຫໍພະແກ້ວ ແລະ ອື່ນໆ. ປະເພດວັດຖຸບູຮານກໍ່ມີຫຼາຍປະເພດ ເປັນຕົ້ນ: ພະອົງຕື້, ພະບາງ, ໄຫຫີນ, ຫີນຕັ້ງ ມີເຄື່ອງດົນຕີ ທີ່ເປັນສັນຍາລັກ ຂອງລາວຄືແຄນ, ລະນາດ, ຄ້ອງ, ສີຊໍ, ກະຈັບປີ, ກອງໄຊ… ມີເຄື່ອງຫັດຖະກຳຈັກສານ, ຄວັດລວດລາຍ, ຕ່ຳຫູກທໍໄໝຕ່າງໆ.



– ວັດທະນະທໍາທາງດ້ານຈິດໃຈ ໄດ້ສະແດງອອກໃນການດໍາລົງຊິວິດຂອງຄົນລາວ ດ້ວຍຄວາມປອດໃສຂາວສະອາດ, ມີຄວາມໂອບເອື້ອອາລີ ຍີ້ມແຍ້ມຕໍ່ແຂກຄົນ, ນັບຖືຜູ້ອາວຸໂສ, ຮັກແພງເດັກນ້ອຍ, ມີສີລະທໍາ, ມີຄວາມຊື່ສັດໃນຄໍາສອນຂອງພະພຸດທະເຈົ້າ, ມີພາສາລາວເປັນພາສາຊາດ; ພິເສດມີພິທີກຳຕ່າງໆເຊັ່ນ: ການເກີດກໍຈະມີພິທີຢູ່ກຳ-ອອກກຳ; ການບວດ, ການແຕ່ງດອງ, ການຕາຍ ແລະ ອື່ນໆ.
ທີ່ມາຂອງບົດຄວາມ: https://lnr.org.la/

วันศุกร์ที่ 23 พฤศจิกายน พ.ศ. 2561

ຮີດ 12 ຂອງຊົນເຜົ່າລື້


ຮີດ 12 ຂອງຊົນເຜົ່າລື້
ຊົນເຜົ່າລື້ແມ່ນຊົນເຜົ່າໜຶ່ງໃນ 49 ຊົນເຜົ່າ ແລະ ແມ່ນໜຶ່ງໃນ 8 ຊົນເຜົ່າ ທີ່ໃຊ້ພາສາລາວ-ໄຕ ເຊິ່ງມີຮີດຄອງປະເພນີທີ່ເປັນເອກະລັກສະເພາະຕົວ, ມີຂະນົບທໍານຽມ ແລະ ແບບແຜນການດໍາລົງຊີວິດທີ່ໃກ້ຄຽງກັບຊົນເຜົ່າລາວຫຼາຍ. ແຕ່ເຖິງຢ່າງໃດກໍຕາມຊົນເຜົ່າລື້ ຖືວ່າແມ່ນຊົນເຜົ່າໜຶ່ງທີ່ມີຮາກຖານຄວາມເຊື່ອ ແລະຮີດຄອງປະເພນີທີ່ແໜ້ນໜາ ເຊິ່ງສ່ວນຫລາຍແມ່ນຕິດພັນກັບສາສະໜາພຸດເປັນຕົ້ນຕໍ.
ຊົນເຜົ່າລື້ ເປັນຊົນເຜົ່າໜຶ່ງ ທີ່ອາໄສຢູ່ທາງພາກເໜືອ ຂອງປະເທດລາວ ເຄີຍມີອານາຈັກເຂັ້ມແຂງ ໃນອາດີດ ແລະ ເຄີຍສ້າງອານາເຂດ ທີ່ເປັນປຶກແຜ່ນແໜ້ນໜາ ມີພາສາ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະ ຂອງຕົນເອງ. ເວົ້າກັນວ່າ ບັນພະບູລຸດ ຂອງຊົນເຜົ່າລື້ ມາຈາກສິບສອງພັນນາ ເຊິ່ງໄດ້ຍ້າຍມາຢູ່ປະເທດລາວ ຕາມລຳແມ່ນ້ຳຂອງ ແລະ ສາຂາຂອງມັນໄດ້ປະມານ 600 ກວ່າປີມາແລ້ວ.
ຮີດ 12 ຂອງຊົນເຜົ່າລື້ມີລັກສະນະແຕກຕ່າງໄປຈາກຮີດ 12 ຂອງລາວທັງທາງດ້ານຊື່ຂອງບຸນ ແລະ ພິທີກໍາພິທີການກໍແຕກຕ່າງກັນໄປ. ການນັບເດືອນຂອງຊົນເຜົ່າລື້ຈະນັບໄປກ່ອນໜ້າເດືອນລາວໜຶ່ງເດືອນໝາຍຄວາມວ່າຫາກເດືອນລາວແມ່ນເດືອນ ສີ່ ກໍຈະເປັນເດືອນ ຫ້າ ສໍາລັບຊົນເຜົ່າລື້ເຊິ່ງມີຊື່ການເຮັດບຸນໃນ 12 ເດືອນດັ່ງນີ້.
1. ເດືອນຈຽງ ບຸນກອງຫຼົວ (ກອງໂຫຼ)
2.
ເດືອນຍີ່ ບຸນເຂົ້າລົ້ນບາດ
3.
ເດືອນ 3 ບຸນເຂົ້າໃສ່ເລົ້າ (ສູ່ຂວັນເຂົ້າ)
4.
ເດືອນ 4 ບຸນທານທຳຫຼວງ (ບຸນພຣະເວດ)
5.
ເດືອນ 5 ບຸນທານກາງບ້ານ, ບຸນຂຶ້ນທາດ
6.
ເດືອນ 6 ບຸນປີໃໝ່
7.
ເດືອນ 7 ບຸນບວດພຣະ
8.
ເດືອນ 8 ບຸນລ້ຽງຜີຕາແຮກ
9.
ເດືອນ 9 ບຸນເຂົ້າພັນສາ
10.
ເດືອນ 10 ບຸນເຂົ້າສະຫຼາກ 25 (ບຸນເຂົ້າປະດັບດິນ)
11.
ເດືອນ 11 ບຸນເຂົ້າສະຫຼາກ
12.
ເດືອນ 12 ບຸນອອກພັນສາ
1) ເດືອນຈຽງ (ເດືອນ 1): ບຸນກອງຫຼົວ (ກອງໂຫຼ).
ບຸນກອງຫຼົວ ແມ່ນບຸນປະເພນີປະຈໍາເດືອນໜຶ່ງ ຂອງຊົນເຜົ່າລື້ທີ່ຍັງຄົງໄດ້ຮັບການປະຕິບັດສືບທອດກັນມາຈົນເຖິງປັດຈຸບັນນີ້. ຄໍາວ່າຫຼົວໝາຍເຖິງຟືນ ຫຼື ໄມ້ທີ່ຈະນໍາມາເຮັດຟືນແຕ່ຄໍາວ່າຫຼົວໃນບຸນປະຈໍາເດືອນຈຽງ ຂອງຊົນເຜົ່າລື້ນີ້ກໍມີຄວາມຄ້າຍຄືກັນເນື່ອງຈາກວ່າເປັນການນໍາໄມ້ມາຈູດໂຮມກັນ.
ຈຸດປະສົງຂອງການເຮັດບຸນກອງຫຼົວ ກໍເພື່ອເປັນການເສຍເຄາະເສຍເຂັນເນື່ອງຈາກຈະກ້າວເຂົ້າສູ່ປີໃຫມ່ຟ້າໃຫມ່ແລ້ວ ຂໍໃຫ້ເຄາະເຂັນເວນຮ້າຍສັບພະທຸກ ສັບພະໂສກສັບພະໂລກ ສັບພະໄພທັງມວນໃຫ້ຕົກໄປນໍາໄຟໄຫຼໄປນໍານໍ້າ ຕົກໄປນຳປີເກົ່າ ລ່ວງໄປນຳປີຫຼັງຕາມຄວາມເຊື່ອທີ່ໄດ້ຮັບການສືບທອດມາຍາວນານ.
ວິທີເຮັດບຸນກອງຫຼົວພໍເຖິງມື້ທີ່ທາງຄະນະບ້ານຕົກລົງກັນແລ້ວທຸກຄົນກໍຈະໄປຊອກຫາຕັດໄມ້ໃຫຍ່ພໍຂະໜາດທີ່ພໍຈະສາມາດຂຽນໜັງສືໃສ່ໄດ້ຫຼັງຈາກນັ້ນກໍນໍາໄມ້ນັ້ນມາຂຽນຊື່ນາມສະກຸນ ແລະຄໍາປາຖະໜາຂອງຕົນໃສ່ໄມ້ນັ້ນຕ້ອງມີຄວາມຍາວຄ່າວາຂອງເຈົ້າຂອງ. ນອກຈາກນັ້ນ, ໄມ້ໜຶ່ງລໍາຍັງເປັນຕົວແທນຂອງຄົນຄົນໜຶ່ງໝາຍຄວາມວ່າເມື່ອຄອບຄົວມີເທົ່າໃດຄົນກໍຕ້ອງຕັດໄມ້ເທົ່ານັ້ນລໍາ.
ບໍ່ພຽງແຕ່ເທົ່ານັ້ນໄມ້ຍັງເປັນຕົວແທນຂອງວັດຖຸສິ່ງຂອງ ແລະ ສັດສາວາສິ່ງ ອີກດ້ວຍ ໝາຍຄວາມວ່ານອກຈາກຈະເປັນການເສຍເຄາະແກ່ຄົນແລ້ວບຸກຄົນໃດຢາກເສຍເຄາະໃຫ້ສັດລ້ຽງຂອງຕົນເອງ ຫຼື ວັດຖຸສິ່ງຂອງກໍສາມາດຕັດໄມ້ຕາມຈໍານວນທີ່ຕ້ອງການຈາກນັ້ນນໍາໄປຂຽນອາດຈະຂຽນເອງເປັນອັກສອນລາວ ຫຼື ຈະຫາຜູ້ທີ່ຂຽນອັກສອນທໍາໄດ້ກໍຍິ່ງດີໂດຍມີຄວາມເວົ້າດັ່ງນີ້.
"ປັນຈະມັງ ອະກຸສະລັງ ອະຕະປາປັງ ສະປະປາປັງ ວິນາສັນຕຸເອວັງໂຫນຕຸ, ໝາຍມີຊື່ວ່າ (ອອກຊື່ນາມສະກຸນເຈົ້າຂອງ)ຈິປູຊາຫື້ຫາຍພະຍາທິໂລກາທັງຫຼາຍຕ່າງໆອົມສະວະຫະສິວິ"
       ພໍເຖິງມື້ບຸນໃນຕອນເຊົ້າປະຊາຊົນຈະພ້ອມກັນເຂົ້າໄປວັດເພື່ອຕັກບາດຢາດນໍ້າຖວາຍທານ. ພໍຕົກແລງຈະມີຂະບວນແຫ່ໄມ້ດັ່ງກ່າວນັ້ນໄປກອງກັນໄວ້ເປັນກອງສີ່ຫຼ່ຽມໂດຍການຕັ້ງເສົາຫຼັກໄວ້ສີ່ເສົາເປັນສີ່ຫຼ່ຽມແລ້ວຈຶ່ງນໍາໄມ້ນັ້ນໄປກອງກັນໄວ້ຈາກນັ້ນພະສົງຈະມີການສູດມຸງຄຸນ ແລະ ເສຍເຄາະແລ້ວຈຶ່ງພາກັນຈູດກອງຫຼົວທີ່ກອງກັນຢູ່ນັ້ນກໍເປັນອັນວ່າຈົບພິທີ.
#ໝາຍເຫດ: ປະເພນີຂອງເຜົ່າລື້ບາງທ້ອງຖິ່ນອາດມີພິທີກຳແຕກຕ່າງກັນໄປເລັກນ້ອຍ.
#ຮູບພາບ: ກອງຫຼົວທີ່ປະຊາຊົນບ້ານນາຍາງ, ເມືອງນ້ຳບາກ ແຂວງຫຼວງພະບາງ ທີ່ໄດ້ນໍາມາກອງກັນໄວ້.
ທີ່ມາຂອງບົດຄວາມ ແລະ ສັງລວມໂດຍ: ພຣະ ບຸນທະວີ ກົມພະພັນ.



วันเสาร์ที่ 3 พฤศจิกายน พ.ศ. 2561

ຊ້າງໃນຜ້າໄຫມລາວ


ຊ້າງໃນຜ້າໄຫມລາວ.

ຊ້າງເປັນສັນຍາລັກແຫ່ງຄວາມຍິ່ງໃຫຍ່, ຄົນລາວຖືວ່າຊ້າງ ເປັນເຈົ້າປ່າ, ເຈົ້າດົງພົງໄພ. ຄົນລາວໄດ້ນຳຊ້າງມາລ້ຽງ ນັບເປັນພັນປີມາແລ້ວ ແລະ ຍັງເຊື່ອວ່າ ຊ້າງຄຶສັນຍາລັກ ແຫ່ງຄວາມຊື່ສັດ ແລະ ຄວາມຈົງຮັກພັກດີ. 

ດັ່ງເຫັນໃນວັນນະຄະດີພື້ນເມືອງຂອງລາວທີ່ມີຫລາຍເລື່ອງທີ່ກ່າວເຖີງຊ້າງ, ເປັນຕົ້ນແມ່ນເລື່ອງນາງຜົມຫອມ ເຊີ່ງມີພໍ່ເປັນຊ້າງ ແລະ ໃຫ້ຄວາມປົກປ້ອງນາງຢູ່ທຸກເວລາ, ຊ້າງໃນນິທານເລື່ອງສັງສິນໄຊ ຄຶ ສີໂຫ ທີ່ມີພະລັງມະຫາສານ.
ຕັ້ງແຕ່ໃດມາຄົນລາວໃຫ້ຄວາມເຄົາລົບນັບຖື ຊ້າງເຜືອກ, ເພາະເຊື່ອວ່າເປັນຊ້າງທີ່ໃຫ້ນຳເອົາຄວາມເປັນມົງຄຸນມາໃຫ້ບ້ານເມືອງ, ໃນເລື່ອງເວດສັນຕະຊາດົກ ໃນກັນຫລືບັ້ນທີ່ 13 ທີ່ຮຽກວ່າ "ນະຄອນ" ເຊີ່ງເປັນກັນສຸດທ້າຍນັ້ນ, ໄດ້ກ່າວເຖີງ ພະເວດສັນດອນ ພ້ອມ ນາງ ມະທີ ຜູ້ເປັນພັນລະຍາ, ທ້າວ ຊາລີ ແລະ ນາງ ກັນຫາ ລູກທັງສອງ ຂອງພະເວດສັນດອນ ແມ່ນໄດ້ນັ່ງຊ້າງເຜືອກ ພ້ອມດ້ວຍຜູ້ຄົນທັງຫລາຍແຫ່ແຫນເຂົ້າມາສະເຫວີຍເມືອງ ແລະ ຍັງມີເລື່ອງ ຊ້າງສາມຫົວ ຫລື ເອຣາວັນ ເຊື່ອກັນວ່າ ເປັນສັດຂອງພະອິນ.

ດ້ວຍເຫດນີ້ ຊ້າງຈຶ່ງມີຄວາມຜູກພັນກັບວິຖີການດຳລົງຊີວິດຂອງຄົນລາວເຮົາມາຕັ້ງແຕ່ດຶກດຳບັນພຸ້ນ.

ທີ່ມາຂອງບົດຄວາມ: ຫນັງສື ລາວ-ດິນແດນ ແຫ່ງວັດທະນາທຳ. 

ໂດຍ ທ່ານ ຫານຊະນະ ສີສານ

วันอังคารที่ 23 ตุลาคม พ.ศ. 2561

ອອກພັນສາ ລາພະເຈົ້າ.


ອອກພັນສາ ລາພະເຈົ້າ.

ປີຫນຶ່ງມີ 12 ເດືອນ ແລະ ຊ່ວງເຂົ້າພັນສາແມ່ນຈະມີຢູ່ 3 ເດືອນ, ປີນີ້ກໍ່ຫມູນວຽນມາເຖີງແລ້ວ ການເວລາມັນກໍ່ເຮັດຫນ້າທີ່ຂອງມັນ ມັນຈະເດີນຫນູນໄປຢູ່ຕະຫລອດເວລາ, ສາສະຫນາພຸດຈຶ່ງມີຄຳສອນໄວ້ວ່າ: ການເວລາ ຍ່ອມກືນກິນສັບພະສັດ.
ມາເຖີງປີນີ ມື້ອອກພັນສາ ແມ່ນໄດ້ກົງກັບ ວັນພຸດ, ວັນທີ 24 ເດືອນ ຕຸລາ ຂຶ້ນ 15 ຄ່ຳ ເດືອນ 11 ລາວ.
ທີມາ: hukased
ຄຳວ່າອອກພັນສາ ຫມາຍເຖີງ ການອອກຈາກຂອບເຂດຈຳກັດຕາມທີ່ວິໄນຂອງພະສົງ ທີ່ກຳນົດໄວ້ວ່າ ພະສົງຈະຕ້ອງໄດ້ຢູ່ຈຳພັນສາ 3 ເດືອນ, ໂດຍບໍ່ໃຫ້ທ່ອງທ່ຽວ ເດີນທາງຂຶ້ນເຫນືອລົງໃຕ້ ຍົກເວັ້ນມີເຫດຈຳເປັນທີ່ຕ້ອງໄດ້ໄປ ເຊິ່ງວິໄນກໍ່ຍົກເວັ້ນໄດ້, ແຕ່ບໍ່ໃຫ້ໄປເກີນເວລາ 7 ມື້.

ສຳຫລັບມື້ອອກພັນສາ ຫລາຍຂົງເຂດໃນທົ່ວປະເທດເຮົາຍັງຖືເອົາເປັນວັນບຸນຊ່ວງເຮືອ ແລະ ງານໄຫລເຮືອໄຟ ໄປພ້ອມກັນ, ໃນມື້ອອກພັນສານັ້ນ ຊາວພຸດເຮົາ ໄດ້ພາກັນຫ້າງເຄື່ອງຖວາຍທານແດ່ພະສົງ ແລະ ຮັບສິນໄປປະຕິບັດ ທັງເປັນໂອກາດໃຫ້ພະສົງ ໄດ້ປະຕິບັດຫນ້າທີ່ອອກເຜີຍແຜ່ ສິນທຳ ໃຫ້ປະຊາຊົນ, ຈຸດນີ້ກໍ່ຖືເປັນຫນ້າທີ່ຂອງປະຊາຊົນຊາວພຸດທີ່ຈະໄດ້ສຶກສາຮຽນຮູ້ວ່າ ເຮົາຕ້ອງໄດ້ຮູ້ຈັກ ຫລັກທຳທີ່ຄວນປະພຶດ-ປະຕິບັດ.
ທີ່ມາ: sithchant.pagesperso-orange
ທີ່ມາ: luangprabang.moradoks



ບຸນອອກພັນສາປີນີ້ ຂໍໃຫ້ພວກເຮົາທຸກຄົນຈົ່ງມີສະຕິ ຕັ້ງໃຈເຮັດຫນ້າທີ່ຂອງຕົນເອງ ແລະ ທີ່ສຳຄັນຂໍໃຫ້ເລື່ອງສັດທາ (ຄວາມເຊື່ອ) ຕ້ອງໄປຄຽງຄູ່ກັບປັນຍາ.

ທີ່ມາຂອງບົດຄວາມ: ດັ້ນກີບເມກ, ຫນັງສືພີມ ວຽງຈັນໃຫມ່, ສະບັບວັນທີ 22-ຕຸລາ-2018

ຄວາມຫມາຍຂອງ ເຮືອນ 3, ນ້ຳ 4

ຖ້າເວົ້າເລື່ອງ ສະເຫນ່ຂອງແມ່ນຍິງລາວ ແມ່ນມີອົງປະກອບດ້ວຍ ຄຳວ່າ “ເຮືອນ 3 ນ້ຳ 4” ຕາມຮີດເກົ່າຄອງເດີມ ຂອງຄົນລາວເຮົາທີ່ໄດ້ມີການສືບທອດກັນມາແຕ່ບູ...