วันศุกร์ที่ 23 พฤศจิกายน พ.ศ. 2561

ຮີດ 12 ຂອງຊົນເຜົ່າລື້


ຮີດ 12 ຂອງຊົນເຜົ່າລື້
ຊົນເຜົ່າລື້ແມ່ນຊົນເຜົ່າໜຶ່ງໃນ 49 ຊົນເຜົ່າ ແລະ ແມ່ນໜຶ່ງໃນ 8 ຊົນເຜົ່າ ທີ່ໃຊ້ພາສາລາວ-ໄຕ ເຊິ່ງມີຮີດຄອງປະເພນີທີ່ເປັນເອກະລັກສະເພາະຕົວ, ມີຂະນົບທໍານຽມ ແລະ ແບບແຜນການດໍາລົງຊີວິດທີ່ໃກ້ຄຽງກັບຊົນເຜົ່າລາວຫຼາຍ. ແຕ່ເຖິງຢ່າງໃດກໍຕາມຊົນເຜົ່າລື້ ຖືວ່າແມ່ນຊົນເຜົ່າໜຶ່ງທີ່ມີຮາກຖານຄວາມເຊື່ອ ແລະຮີດຄອງປະເພນີທີ່ແໜ້ນໜາ ເຊິ່ງສ່ວນຫລາຍແມ່ນຕິດພັນກັບສາສະໜາພຸດເປັນຕົ້ນຕໍ.
ຊົນເຜົ່າລື້ ເປັນຊົນເຜົ່າໜຶ່ງ ທີ່ອາໄສຢູ່ທາງພາກເໜືອ ຂອງປະເທດລາວ ເຄີຍມີອານາຈັກເຂັ້ມແຂງ ໃນອາດີດ ແລະ ເຄີຍສ້າງອານາເຂດ ທີ່ເປັນປຶກແຜ່ນແໜ້ນໜາ ມີພາສາ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະ ຂອງຕົນເອງ. ເວົ້າກັນວ່າ ບັນພະບູລຸດ ຂອງຊົນເຜົ່າລື້ ມາຈາກສິບສອງພັນນາ ເຊິ່ງໄດ້ຍ້າຍມາຢູ່ປະເທດລາວ ຕາມລຳແມ່ນ້ຳຂອງ ແລະ ສາຂາຂອງມັນໄດ້ປະມານ 600 ກວ່າປີມາແລ້ວ.
ຮີດ 12 ຂອງຊົນເຜົ່າລື້ມີລັກສະນະແຕກຕ່າງໄປຈາກຮີດ 12 ຂອງລາວທັງທາງດ້ານຊື່ຂອງບຸນ ແລະ ພິທີກໍາພິທີການກໍແຕກຕ່າງກັນໄປ. ການນັບເດືອນຂອງຊົນເຜົ່າລື້ຈະນັບໄປກ່ອນໜ້າເດືອນລາວໜຶ່ງເດືອນໝາຍຄວາມວ່າຫາກເດືອນລາວແມ່ນເດືອນ ສີ່ ກໍຈະເປັນເດືອນ ຫ້າ ສໍາລັບຊົນເຜົ່າລື້ເຊິ່ງມີຊື່ການເຮັດບຸນໃນ 12 ເດືອນດັ່ງນີ້.
1. ເດືອນຈຽງ ບຸນກອງຫຼົວ (ກອງໂຫຼ)
2.
ເດືອນຍີ່ ບຸນເຂົ້າລົ້ນບາດ
3.
ເດືອນ 3 ບຸນເຂົ້າໃສ່ເລົ້າ (ສູ່ຂວັນເຂົ້າ)
4.
ເດືອນ 4 ບຸນທານທຳຫຼວງ (ບຸນພຣະເວດ)
5.
ເດືອນ 5 ບຸນທານກາງບ້ານ, ບຸນຂຶ້ນທາດ
6.
ເດືອນ 6 ບຸນປີໃໝ່
7.
ເດືອນ 7 ບຸນບວດພຣະ
8.
ເດືອນ 8 ບຸນລ້ຽງຜີຕາແຮກ
9.
ເດືອນ 9 ບຸນເຂົ້າພັນສາ
10.
ເດືອນ 10 ບຸນເຂົ້າສະຫຼາກ 25 (ບຸນເຂົ້າປະດັບດິນ)
11.
ເດືອນ 11 ບຸນເຂົ້າສະຫຼາກ
12.
ເດືອນ 12 ບຸນອອກພັນສາ
1) ເດືອນຈຽງ (ເດືອນ 1): ບຸນກອງຫຼົວ (ກອງໂຫຼ).
ບຸນກອງຫຼົວ ແມ່ນບຸນປະເພນີປະຈໍາເດືອນໜຶ່ງ ຂອງຊົນເຜົ່າລື້ທີ່ຍັງຄົງໄດ້ຮັບການປະຕິບັດສືບທອດກັນມາຈົນເຖິງປັດຈຸບັນນີ້. ຄໍາວ່າຫຼົວໝາຍເຖິງຟືນ ຫຼື ໄມ້ທີ່ຈະນໍາມາເຮັດຟືນແຕ່ຄໍາວ່າຫຼົວໃນບຸນປະຈໍາເດືອນຈຽງ ຂອງຊົນເຜົ່າລື້ນີ້ກໍມີຄວາມຄ້າຍຄືກັນເນື່ອງຈາກວ່າເປັນການນໍາໄມ້ມາຈູດໂຮມກັນ.
ຈຸດປະສົງຂອງການເຮັດບຸນກອງຫຼົວ ກໍເພື່ອເປັນການເສຍເຄາະເສຍເຂັນເນື່ອງຈາກຈະກ້າວເຂົ້າສູ່ປີໃຫມ່ຟ້າໃຫມ່ແລ້ວ ຂໍໃຫ້ເຄາະເຂັນເວນຮ້າຍສັບພະທຸກ ສັບພະໂສກສັບພະໂລກ ສັບພະໄພທັງມວນໃຫ້ຕົກໄປນໍາໄຟໄຫຼໄປນໍານໍ້າ ຕົກໄປນຳປີເກົ່າ ລ່ວງໄປນຳປີຫຼັງຕາມຄວາມເຊື່ອທີ່ໄດ້ຮັບການສືບທອດມາຍາວນານ.
ວິທີເຮັດບຸນກອງຫຼົວພໍເຖິງມື້ທີ່ທາງຄະນະບ້ານຕົກລົງກັນແລ້ວທຸກຄົນກໍຈະໄປຊອກຫາຕັດໄມ້ໃຫຍ່ພໍຂະໜາດທີ່ພໍຈະສາມາດຂຽນໜັງສືໃສ່ໄດ້ຫຼັງຈາກນັ້ນກໍນໍາໄມ້ນັ້ນມາຂຽນຊື່ນາມສະກຸນ ແລະຄໍາປາຖະໜາຂອງຕົນໃສ່ໄມ້ນັ້ນຕ້ອງມີຄວາມຍາວຄ່າວາຂອງເຈົ້າຂອງ. ນອກຈາກນັ້ນ, ໄມ້ໜຶ່ງລໍາຍັງເປັນຕົວແທນຂອງຄົນຄົນໜຶ່ງໝາຍຄວາມວ່າເມື່ອຄອບຄົວມີເທົ່າໃດຄົນກໍຕ້ອງຕັດໄມ້ເທົ່ານັ້ນລໍາ.
ບໍ່ພຽງແຕ່ເທົ່ານັ້ນໄມ້ຍັງເປັນຕົວແທນຂອງວັດຖຸສິ່ງຂອງ ແລະ ສັດສາວາສິ່ງ ອີກດ້ວຍ ໝາຍຄວາມວ່ານອກຈາກຈະເປັນການເສຍເຄາະແກ່ຄົນແລ້ວບຸກຄົນໃດຢາກເສຍເຄາະໃຫ້ສັດລ້ຽງຂອງຕົນເອງ ຫຼື ວັດຖຸສິ່ງຂອງກໍສາມາດຕັດໄມ້ຕາມຈໍານວນທີ່ຕ້ອງການຈາກນັ້ນນໍາໄປຂຽນອາດຈະຂຽນເອງເປັນອັກສອນລາວ ຫຼື ຈະຫາຜູ້ທີ່ຂຽນອັກສອນທໍາໄດ້ກໍຍິ່ງດີໂດຍມີຄວາມເວົ້າດັ່ງນີ້.
"ປັນຈະມັງ ອະກຸສະລັງ ອະຕະປາປັງ ສະປະປາປັງ ວິນາສັນຕຸເອວັງໂຫນຕຸ, ໝາຍມີຊື່ວ່າ (ອອກຊື່ນາມສະກຸນເຈົ້າຂອງ)ຈິປູຊາຫື້ຫາຍພະຍາທິໂລກາທັງຫຼາຍຕ່າງໆອົມສະວະຫະສິວິ"
       ພໍເຖິງມື້ບຸນໃນຕອນເຊົ້າປະຊາຊົນຈະພ້ອມກັນເຂົ້າໄປວັດເພື່ອຕັກບາດຢາດນໍ້າຖວາຍທານ. ພໍຕົກແລງຈະມີຂະບວນແຫ່ໄມ້ດັ່ງກ່າວນັ້ນໄປກອງກັນໄວ້ເປັນກອງສີ່ຫຼ່ຽມໂດຍການຕັ້ງເສົາຫຼັກໄວ້ສີ່ເສົາເປັນສີ່ຫຼ່ຽມແລ້ວຈຶ່ງນໍາໄມ້ນັ້ນໄປກອງກັນໄວ້ຈາກນັ້ນພະສົງຈະມີການສູດມຸງຄຸນ ແລະ ເສຍເຄາະແລ້ວຈຶ່ງພາກັນຈູດກອງຫຼົວທີ່ກອງກັນຢູ່ນັ້ນກໍເປັນອັນວ່າຈົບພິທີ.
#ໝາຍເຫດ: ປະເພນີຂອງເຜົ່າລື້ບາງທ້ອງຖິ່ນອາດມີພິທີກຳແຕກຕ່າງກັນໄປເລັກນ້ອຍ.
#ຮູບພາບ: ກອງຫຼົວທີ່ປະຊາຊົນບ້ານນາຍາງ, ເມືອງນ້ຳບາກ ແຂວງຫຼວງພະບາງ ທີ່ໄດ້ນໍາມາກອງກັນໄວ້.
ທີ່ມາຂອງບົດຄວາມ ແລະ ສັງລວມໂດຍ: ພຣະ ບຸນທະວີ ກົມພະພັນ.



ไม่มีความคิดเห็น:

แสดงความคิดเห็น

ຄວາມຫມາຍຂອງ ເຮືອນ 3, ນ້ຳ 4

ຖ້າເວົ້າເລື່ອງ ສະເຫນ່ຂອງແມ່ນຍິງລາວ ແມ່ນມີອົງປະກອບດ້ວຍ ຄຳວ່າ “ເຮືອນ 3 ນ້ຳ 4” ຕາມຮີດເກົ່າຄອງເດີມ ຂອງຄົນລາວເຮົາທີ່ໄດ້ມີການສືບທອດກັນມາແຕ່ບູ...