วันอังคารที่ 15 พฤษภาคม พ.ศ. 2561

ການຕໍ່າຫູກ


ຄວາມເປັນມາຂອງການ ຕໍ່າຫູກ.

ການຕໍ່າຫູກ ແມ່ນກິດຈະກຳຫນຶ່ງຂອງແມ່ຍິງລາວ ມາຕັ້ງແຕ່ດຶກດຳບັນຈົນຮອດປັດຈຸບັນ ເຊິ່ງໄດ້ຮັບການຖ່າຍທອດ ຈາກບັນພະບູລຸດຂອງລາວເຮົາຈາກຫລຸ້ນສູ່ຫລູ້ນ, ການຕໍ່າຫູກນັ້ນ ຈະມີຫລາຍຊະນິດ ເຊັ່ນ: ຜ້າບ່ຽງ, ສິ້ນ, ຜ້າປູໂຕະ... ສິ່ງເຫລົ່ານັ້ນມີຄວາມແຕກຕ່າງກັນໄປຕາມແຕ່ລະຂົງເຂດ. ໃນເມື່ອກ່ອນການຕໍ່າຜ້າແມ່ນເພື່ອເອົາມາໃຊ້ ພາຍໃນຄອບຄົວ, ແຕ່ປັດຈຸບັນນີ້ສາມາດຂາຍເປັນສິນຄ້າໄດ້.


ແຕ່ກ່ອນຈະໄດ້ຜ້າແພຜືນໜຶ່ງ ແມ່ນຈະຕ້ອງໄດ້ຜ່ານຂັ້ນຕອນຢ່າງຫຼວງຫຼາຍ ເຊິ່ງເລີ່ມຈາກການປັ່ນຝ້າຍ ເອົາໄປຄົ້ນເຮັດເຄືອຫູກ, ຈາກນັ້ນ ກໍ່ສືບຕ່ໍ່ເອົາໃສ່ຟືມ ເມື່ອສໍາເລັດແລ້ວ ກໍ່ຕໍ່າໄດ້ເລີຍ ສໍາລັບລວດລາຍຂອງແພ ແມ່ນມາຈາກການເກັບຂິດຂອງຜູ້ຕໍ່າເອງ ເຊິ່ງເຂົາເຈົ້າສາມາດເພີ່ມລວດລາຍຂື້ນຕື່ມ ໂດຍການນໍາໃຊ້ ໄໝ, ຝ້າຍລາກຫຼາຍສີ ຕາມຄວາມມັກ.

ຜ້າແພຜືນໜຶ່ງຈະໃຊ້ເວລາໃນການຕໍ່າ ຊ້າ-ດົນ ແມ່ນຂື້ນຢູ່ກັບລວດລາຍ, ຄວາມໃສໃຈ ແລະ ເວລາຂອງຜູ້ຕໍ່ານັ້ນເອງ, ເຖີງແນວໃດກໍ່ຕາມ ການຕໍ່າຫູກໃນປັດຈຸບັນນີ້ຍັງບ່ໍ່ທັນຟົດຟື້ນຄຶແຕ່ກ່ອນ ມີບາງເຂດກໍ່ເຊົາຫຼາຍແລ້ວ ມູນເຊື້ອອັນດີງາມອາດຈະສູນຫາຍໄປ ຖ້າວ່າຄົນລາວເຮົາ ບ່ໍ່ອະນຸລັກຮັກສາເອົາໄວ້.


ອຸປະກອນການຕໍ່າຫູກ.

ກີ່

ໄມ້ຜັ້ນ (ໄມ້ກໍ່າຜັ້ນ)

ກະສວາຍ


ຫລອດ

ຟືມ

ເຄືອຫູກ

ເຂົາດອກ ແລະ ໄມ້ຢຽບ

ຜຽນ

ແປ້ນກີ່

ໄມ້ດາບ


ວິທີການຕໍ່າຫູກ.

ເຮົາຕ້ອງສັງເກດວ່າ ແຊງຫູກຂອງເຮົາຈະງາມຕ້ອງຕໍ່າໃຫ້ແຫນ້ນຫນາ ເມື່ອເວລາເຮົາໃສ່ສີຕ້ອງໃຫ້ຖືກກັບສີທີ່ເຮົາເຮັດພື້ນຂອງມັນ ຈະສະຫລັບຊັບຊ້ອນກັນເມື່ອເຮັດອອກມາເປັນຜືນແລ້ວເຮົາຈຶ່ງຈະໄດ້ແພຜື່ນທີ່ງາມ ແລະ ມີຫລາຍສີສະຫລັບກັນໄປ.

ຂັ້ນຕອນໃນການຕໍ່າຫູກ.

ແມ່ນຈະເອົາໄຫມເຄືອມາປັ່ນ ແລ້ວກໍ່ເອົາມາຄົ້ນ ຫລັງຈາກນັ້ນກໍ່ສືບຕໍ່ ເອົາໄປຫ້າງໃສ່ກີ່ ແລະ ເຮົາກໍ່ຈະໄດ້ເອົາເສັ້ນໄຫມໃຫ້ເຂົ້າຮູຟືມ ໃຫ້ລະອຽດດີ ເພື່ອເວລາຕໍ່າເນື້ອແພ ມັນຈຶ່ງຈະລະອຽດ ແລະ ຈົບງາມດີ.



ຂໍຂອບໃຈ ບົດຄວາມດີໆທີ່ຂຽນຂື້ນມາເຜີຍແຜ່ໂດຍ:
ທ່ານ ນາງ ທ່ຽງ ສິລິພົນ

ຮູບພາບປະກອບຈາກ:


ไม่มีความคิดเห็น:

แสดงความคิดเห็น

ຄວາມຫມາຍຂອງ ເຮືອນ 3, ນ້ຳ 4

ຖ້າເວົ້າເລື່ອງ ສະເຫນ່ຂອງແມ່ນຍິງລາວ ແມ່ນມີອົງປະກອບດ້ວຍ ຄຳວ່າ “ເຮືອນ 3 ນ້ຳ 4” ຕາມຮີດເກົ່າຄອງເດີມ ຂອງຄົນລາວເຮົາທີ່ໄດ້ມີການສືບທອດກັນມາແຕ່ບູ...