วันพฤหัสบดีที่ 3 พฤษภาคม พ.ศ. 2561

ຜ້າໄຫມ ກັບ ແມ່ຍິງລາວ.

ການຕໍ່າແຜ່ນແພ ແມ່ນສິ່ງທີ່ສະທ້ອນເຖີງວັດທະນະທຳລາວ ໄດ້ດີທີ່ສຸດ ແລະ ເປັນສິ່ງທີ່ນິຍົມກັນຫຼາຍ ແມ່ນຜະລິດຕະພັນຕໍ່າດ້ວຍມືທີ່ໜ້າອັດສະຈັນ ເຊຶ່ງເຮັດມາຈາກຝ້າຍ ແລະ ໄໝ ພື້ນບ້ານ.

ເຄື່ອງນຸ່ງຫົ່ມ ແຜ່ນແພຂອງແມ່ຍິງລາວ ໂດຍທົ່ວໄປແລ້ວ ແມ່ນຈະຖືກອອກແບບລວດລາຍທີ່ມີຄວາມກ່ຽວພັນກັບເທດສະການທາງສາສະໜາຕ່າງໆນັບທັງຮູບແບບທີ່ຕິດພັນກັບການດຳລົງຊີວິດແບບ ດັ່ງເດີມ ແລະ ແບບປະສານກັບຍຸກສະໄໝ.
ຂໍຂອບໃຈ ຮູບພາບງາມໆຈາກ: ສາວ ກຸ້ງນະພາ
ລວດລາຍຢູ່ໃນແຜ່ນແພຂອງຄົນຜະລິດແມ່ນເປັນສັນຍາລັກຂອງສິ່ງທີ່ເກົ່າແກ່ ແລະ ມີອາຍຸເປັນພັນໆປີມາແລ້ວ ເຊັ່ນ: ລາຍເພດສີ່ລ່ຽມ ທີ່ໝາຍເຖີງ ການປົກປ້ອງ ຈາກສິ່ງຊົ່ວຮ້າຍຕ່າງໆນອກຈາກນັ້ນຍັງມີ ລາຍຮູບບັນດາສັດ ແລະ ຄົນ ເຊັ່ນ: ຄຸດນາກມັງກອນສອງຫົວ ເຊຶ່ງແຕ່ລະສັດຕ່າງໆເຫຼົ່ານີ້ ໝາຍເຖີງວ່າເປັນສິ່ງຈະປົກປ້ອງຄຸ້ມຄອງນັ້ນເອງ.
ແມ່ນຢູ່ວ່າ ໃນຫຼາຍໆຕໍານານກ່ຽວກັບຜ້າແພລາວ ຈະບໍ່ຄ່ອຍເຫັນຖືກເລົ່າຂານສືບມາເປັນວົງກວ້າງກໍຕາມ, ແຕ່ຍັງມີນັກຄົ້ນຄວ້າ,ນັກຊ່ຽວຊານຜ້າໄໝລາວໄດ້ບັນຍາຍ ແລະ ຈົດບັນທຶກໄວ້ໃນປື້ມຜົນງານ ການຄົ້ນຄວ້າເຊັ່ນ: "ປື້ມຜ້າແພນີ້ມີຕຳນານ" ຂຽນໂດຍ: ທ່ານນາງ ດວງເດືອນ ບຸນຍາວົງ ນັກຄົ້ນຄວ້າຜ້າແພລາວບູຮານ ແລະ ພວກເຮົາຍັງສາມາດຫາຟັງໄດ້ຈາກການບອກເລົ່າຂອງປູ່-ຍ່າ, ຕາ-ຍາຍໃນບາງ ທ້ອງຖີ່ນ, ໃນຂະນະທີ່ແມ່ຍິງລາວກຳລັງຕໍ່າສິ້ນ ແຜ່ນແພຢູ່ທຸກວັນ ດ້ວຍເສັ້ນໄໝ ແລະ ວິທີການທີ່ສະຫຼັບ ສັບຊ້ອນຂອງສິ້ນໄໝ ແລະ ຜ້າບ່ຽງ.
ສິ່ງໜຶ່ງທີ່ເປັນໜ້າພາກພູມໃຈຂອງຄົນລາວ ກໍຄືແມ່ຍິງລາວທີ່ມີ ເອກະລັກ ການນຸ່ງຖືສະເພາະທີ່ແຕກຕ່າງຈາກປະເທດອື່ນ,ໃນຂົງເຂດປະເທດລຸ່ມແມ່ນ້ຳຂອງເອງກໍມີຫຼາຍຊາດທີ່ແມ່ຍິງນຸ່ງສິ້ນບ່ຽງແພ ເຊັ່ນກັນ, ແຕ່ສັງເກດເບິ່ງຄັກໆແລ້ວ ສິ້ນ ແລະ ແພໄໝລາວແມ່ນມີຄວາມ ໂດດເດັ່ນ ແລະ ມີເອກະລັກສະເພາະ ເຊັ່ນ: ສິ້ນມີຫົວ, ມີຕີນ, ຕ່ຳດ້ວຍມື, ລວດລາຍ ກໍສື່ບອກຄວາມໝາຍ, ສິ້ນຂອງແມ່ຍິງແຕ່ລະເຜົ່າແຕ່ລະທ້ອງຖິ່ນກໍມີຈຸດພິເສດແຕກຕ່າງກັນ, ແພບ່ຽງກໍມີຫຼາຍແບບ ແລະ ລວດລາຍ, ການບ່ຽງແພພັບເປັນສອງສາມຮອບເຂົ້າກັນ ເພື່ອເຊື່ອງຂອບປາຍດ້າຍ ແລ້ວກໍນຳມາພາດບ່ຽງບ່າ ໂດຍປາຍສອງສົ້ນຂອງຜ້າບ່ຽງພາດທາງໜ້າ ແລະ ທາງຫຼັງ.



ຄວາມໝາຍທີ່ເຊື່ອງຊ້ອນໃນຜືນແພຕ່າງໆ ທັງໃນອາດີດ ແລະ ປັດຈຸບັນ ແມ່ນໄດ້ຖືກທ່າຍທອດ (ສະແດງອອກໂດຍແມ່ຍິງລາວ) ຜູ້ທີ່ເປັນຕົວແທນຂອງການອານຸລັກ ແລະ ສະແດງອອກທາງດ້ານ ວັດທະນະທຳລາວ.
ຂໍຂອບໃຈ ຮູບພາບງາມໆຈາກ: ສາວ ກຸ້ງນະພາ


ດັ່ງນັ້ນ ຈຶ່ງບໍ່ແມ່ນເລື່ອງແປກ ເມື່ອເອີ່ຍເຖີງສິ້ນ ແມ່ນຕ້ອງຢູ່ຄຽງຄູ່ກັບແມ່ຍິງລາວ, ນອກຈາກນີ້ຍັງສາມາດນຳໃຊ້ແພໄໝຕັດ, ຕົບແຕ່ງໄປຕາມແຟຊັນຂອງສະໄໝໃໝ່ ທີ່ເບິ່ງແລ້ວໂດດເດັ່ນ ແລະ ງົດງາມ ເຊັ່ນ: ກະໂປ່ງ, ເສື້ອເຊີດ (ສຳລັບທ່ານຊາຍ), ກາລະວັດ, ກະເປົ໋າ ແລະ ອື່ນໆ ທີ່ເຫັນວ່າເໝາະສົມ.

      
ຂໍຂອບໃຈ ຂໍ້ມູນດີໆຈາກ:
ວາລະສານ ສາວລາວ ແລະ

ຮູບພາບຜ້າໄຫມປະກອບຈາກ:


2 ความคิดเห็น:

  1. Jackpot City, Casinos & Gaming Map
    Welcome 남원 출장마사지 to 아산 출장마사지 Jackpot City, Casinos & Gaming. We provide a casino gaming experience to every 사천 출장샵 casino 제주 출장샵 player worldwide. Our casino experience includes 광주 출장샵 hundreds of

    ตอบลบ
  2. ไม่ระบุชื่อ13 กรกฎาคม 2566 เวลา 07:07

    ແຜ່ນແພທີ່ມີລາຄາແພງໃນລາວ

    ตอบลบ

ຄວາມຫມາຍຂອງ ເຮືອນ 3, ນ້ຳ 4

ຖ້າເວົ້າເລື່ອງ ສະເຫນ່ຂອງແມ່ນຍິງລາວ ແມ່ນມີອົງປະກອບດ້ວຍ ຄຳວ່າ “ເຮືອນ 3 ນ້ຳ 4” ຕາມຮີດເກົ່າຄອງເດີມ ຂອງຄົນລາວເຮົາທີ່ໄດ້ມີການສືບທອດກັນມາແຕ່ບູ...