วันอาทิตย์ที่ 29 เมษายน พ.ศ. 2561

ວິທີ ຂໍຂະມາ ພໍ່-ແມ່, ເລື່ອງສໍາຄັນທີ່ຜູ້ເປັນລູກຫລານ ຄວນຮູ້.

ວິທີ ຂໍຂະມາ ພໍ່-ແມ່, ເລື່ອງສໍາຄັນທີ່ຜູ້ເປັນລູກຫລານ ຄວນຮູ້.

ກ່ອນອື່ນຕ້ອງຂໍກ່າວວ່າ ການຂໍຂະມາ ພໍ່-ແມ່, ປູ່-ຍ່າ, ຕາ-ຍາຍ  ເພື່ອຄວາມເປັນສິລິມົງຄຸນແກ່ຊີວິດນັ້ນ ແມ່ນສາມາດເຮັດໄດ້ທຸກເທດສະການ ບໍ່ແມ່ນແຕ່ສະເພາະ ມື້ປີໃຫມ່ເທົ່ານັ້ນ, ສໍາລັບການຂໍຂະມາຕໍ່ ພໍ່ແມ່ ນັ້ນ ເປັນສິ່ງທີ່ລູກຫລານ ທຸກຄົນຄວນເຮັດ, ເພາະໃນຫນຶ່ງປີ ທີ່ຜ່ານມາ ເຮົາບໍ່ອາດຈະຮູ້ໄດ້ວ່າ ມີສິ່ງໃດແດ່ທີ່ເຮົາໄດ້ເຮັດລົງໄປ ແລະ ເປັນເຫດໃຫ້ ພໍ່-ແມ່ ບໍ່ສະບາຍໃຈ, ບໍ່ວ່າຈະດ້ວຍເຈດຕະນາ ຫລື ບໍ່ກໍ່ຕາມ ແລະ ຍັງໄດ້ເປັນການສະແດງອອກເຖີງຄວາມມີຈິດສຳນຶກໃນບຸນຄຸນ ຂອງ ພໍ່-ແມ່ ທີ່ເພີ່ນໄດ້ລ້ຽງດູເຮົາມາອີກ.
ບຸກຄົນໃດທີ່ມີຈຸດປະສົງຢາກຂໍຂະມາໃນສິ່ງທີ່ເຮັດບໍ່ດີກັບ ພໍ່-ແມ່, ປູ່-ຍ່າ, ຕາ-ຍາຍ, ແຕ່ບໍ່ຮູ້ວິທີການ ຫລື ຂັ້ນຕອນໃນການປະຕິບັດ. ມື້ນີ້ທາງ ຮ້ານ ເຂົ້າປັ້ນ ຜ້າໄຫມລາຍເອກະລັກ ພວກເຮົາໄດ້ນຳເອົາຂັ້ນຕອນ ດັ່ງກ່າວນັ້ນມາຝາກໃຫ້ກັບ ແຟນເພດສ໋ (Fan page) ຂອງພວກເຮົາໄດ້ຮຽນຮູ້ ເພື່ອຈະໄດ້ນໍາໄປໃຊ້, ໄປປະຕິບັດ ສໍາລັບຜູ້ທີ່ມີຄວາມສົນໃຈ. ດັ່ງນັ້ນ ເຮົາລອງໄປເບິ່ງນໍາກັນເລີຍວ່າມັນຈະມີວິທີການແນວໃດແດ່.

ສິ່ງທີ່ຄວນກະກຽມໃນການຂໍຂະມາ.
1. ດອກໄມ້, ທຽນ, ຝ້າຍມັດແຂນ.
2. ຊ່ອງໃສ່ປັດໃຈ ຫລື ເງີນ (ບໍ່ໄດ້ກໍານົດ ຕາມກໍາລັງຂອງເຮົາ).
3. ເສື້ອຜ້າ ອາພອນ ຫລື ອາດຈະເປັນ ຫມາກໄມ້-ອາຫານ ທີ່ ພໍ່ແມ່ ເຮົາມັກກໍ່ໄດ້.
4. ຊາມ ຫລື ອ່າງ ໃສ່ນໍ້າສະອາດ, ດອກໄມ້, ນໍ້າອົບ-ນໍ້າຫອມ.
5. ແພຜ້າທີ່ສະອາດ ເພື່ອກຽມໄວ້ເຊັດມື ແລະ ຕີນ.
6. ຂັນ ຫລື ຈານ (ວາງທັບດ້ວຍຜ້າຂາວ).
7. ສະຖານທີ່ເພື່ອເຮັດການຂໍຂະມາ, ຄວນເປັນບ່ອນກາງແຈ້ງ ທີ່ມີອາກາດປອດໂປ່ງ.

ຫມາຍເຫດ 1 : ຖ້າຫາກທ່ານບໍ່ສາມາດທີ່ຈະກະກຽມຄວາມພ້ອມທັງຫລາຍ ດັ່ງທີ່ໄດ້ກ່າວມາໄດ້ນັ້ນ ທ່ານກໍ່ສາມາດກະທຳໄດ້ເລີຍດ້ວຍການ ຕັ້ງຈິດ, ຕັ້ງໃຈ ແລ້ວກ່າວຄໍາສົມມາລາໂທດ ທີ່ຈະໄດ້ບອກໄວ້ໃນຂັ້ນຕອນຕໍ່ໄປນີ້ໄດ້ເລີຍ.

ຂັ້ນຕອນໃນການຂໍຂະມາ ພໍ່-ແມ່.
1. ໃຫ້ ພໍ່ກັບແມ່ ນັ່ງລົງເທິງຕັ່ງ ຫລື ໂຊຟາ ໃນຂະນະທີ່ເຮົານັ່ງຢູ່ພື້ນ (ບ່ອນທີ່ຕໍ່າກວ່າ) ພ້ອມກົ້ມກາບເພີ່ນ ສາມເທື່ອ.
2. ການຂໍຂະມາ ພໍ່-ແມ່ ໃຫ້ເຮົາອາທິຖານຈິດ ບອກເຖີງສິ່ງສັກສິດທີ່ເຮົາເຄົາລົບ ແລະ ສັກກະລະບູຊາ ດັ່ງນີ້.
ແດ່ ອົງພະສຳມາພະພຸດທະເຈົ້າ ລູກຊື່ ......... ມື້ນີ້ ລູກຕັ້ງໃຈຈະມາຂໍຂະມາ, ຂໍອະໂຫຊິກໍາ ຈາກຄຸນພໍ່, ຄຸນແມ່... ຂໍອົງພະສໍາມາພະພຸດທະເຈົ້າ ຂໍຈົ່ງເປັນພະຍານໃຫ້ລູກດ້ວຍເທີນ.
3.  ໃຫ້ ຍົກຕີນຂອງທ່ານມາລ້າງໃນອ່າງ ນໍ້າອົບ-ນໍ້າຫອມ ທີ່ໄດ້ກະກຽມໄວ້, ໂດຍຂະນະທີ່ລ້າງຕີນໃຫ້ເພີ່ນຢູ່ນັ້ນ ກໍ່ໃຫ້ກ່າວ ຂໍຂະມາກຳໃນສິ່ງທີ່ເຮົາໄດ້ເຄີຍລ່ວງເກີນເພີ່ນ ທັງໃນອາດີດທີ່ຜ່ານມາ ແລະ ໃນອານາຄົດທີ່ອາດຈະບໍ່ຮູ້ໄດ້ ທັງທາງກາຍ ຫລື ທາງໃຈ ກໍ່ດີ ໃນສິ່ງທີ່ເຮັດໃຫ້ ພໍ່-ແມ່ ບໍ່ສະບາຍໃຈ ລູກຂໍໃຫ້ ພໍ່-ແມ່ ເອົາໂຫຊິກຳໃຫ້ ໃນສິ່ງທີ່ລູກໄດ້ຮັດຜິດໄປນັ້ນດ້ວຍ.
4. ຫລັງຈາກທີ່ເຮົາລ້າງຕີນ ແລະ ກ່າວຄໍາຂໍໂທດໃຫ້ເພີ່ນໄປແລ້ວນັ້ນ ກໍ່ໃຫ້ນໍາຕີນຂອງເພີ່ນວາງໄວ້ເທິງຂາຂອງເຮົາ ເຊິ່ງມີຜ້າແພຮອງໄວ້ ທີ່ເຮົາໄດ້ກະກຽມໄວ້ນັ້ນ ຫລັງຈາກນັ້ນກໍ່ໃຫ້ເຊັດຕີນຂອງເພີ່ນໃຫ້ແຫ້ງ ສະອາດ.
5. ຫລັງຈາກນັ້ນກໍ່ໃຫ້ນໍາ ຂັນທີ່ເຮົາໄດ້ກະກຽມ ພ້ອມທັງປັດໃຈ ແລະ ເສື້ອຜ້າອາພອນ ຕ່າງໆ ເຫລົ່ານັ້ນ ມາມອບໃຫ້ເພີ່ນ ແລະ ກໍ່ຂໍໃຫ້ເພີ່ນມັດແຂນເພື່ອຄວາມເປັນສີລິມຸງຄຸນຕໍ່ຕົວເຮົາ.

ຫມາຍເຫດ 2: ໃນກໍລະນີທີ່ ພໍ່-ແມ່, ປູ່-ຍ່າ, ຕາ-ຍາຍ ບໍ່ຢູ່ແລ້ວ ຫລື ມີເຫດໃຫ້ບໍ່ໄດ້ຢູ່ຮ່ວມກັນ ເຮົາກໍ່ສາມາດ ເຮັດການຂໍຂະມາ ຕໍ່ກັບ ຜູ້ອາວຸໂສ້ ຫລື ຄູບາ-ອາຈານ ທີ່ເຮົາໄດ້ເຄົາລົບຮັກແທນກໍ່ໄດ້ເຊັ່ນກັນ.
ວິທີການ ຫລື ຂັ້ນຕອນຕ່າງໆ ທີ່ທາງພວກເຮົາໄດ້ຄັດຈ້ອນມາເປັນຕົວຢ່າງໃຫ້ແກ່ທຸກຄົນທີ່ກຳລັງສົນໃຈອ່ານຢູ່ໃນຂະນະນີ້ ເປັນພຽງ ແນວທາງລວມໆໃຫ້ເຮົາໄດ້ປະພຶດ, ປະຕິບັດເທົ່ານັ້ນ ເຊີ່ງແນ່ນອນວ່າຢູ່ໃນແຕ່ລະທ້ອງຖີ່ນອາດຈະໃຊ້ແຕກຕ່າງກັນອອກໄປ, ຖ້າມີຄວາມຜິດພາດປະການໃດທາງພວກເຮົາກໍ່ຂໍອາໄພມາໃນທີ່ນີ້ດ້ວຍ.

         ສຸດທ້າຍນີ້  ພວກເຮົາຂໍຢໍ້າອີກເທື່ອຫນຶ່ງເລື່ອງການທີ່ຈະຕອບແທນບຸນຄຸນຂອງ ພໍ່-ແມ່ ທີ່ໄດ້ຜົນຢ່າງດີທີ່ສຸດນັ້ນ ຂໍພຽງແຕ່ໃຫ້ເຮົາປະຕິບັດຕົນເປັນລູກທີ່ດີ, ມີຄວາມກະຕັນຍູ ກະຕະເວທີ ເທົ່ານີ້ກໍ່ເປັນສິ່ງທີ່ດີໃນຄວາມຮູ້ສຶກຂອງເພີ່ນແລ້ວ.
ແລະ ເນື່ອງໃນວາລະໂອກາດ ປີໃຫມ່ລາວໃນປີ ພ.ສ 2561 ທີ່ກໍາລັງຈະມາຮອດນີ້ ທາງທີມງານ ຮ້ານ ເຂົ້າປັ້ນ ຜ້າໄຫມລາຍເອກະລັກ ຂອງພວກເຮົາຂໍອວຍພອນໄຊ ມາຍັງລູກຄ້າທີ່ຫນ້າຮັກຂອງພວກເຮົາທຸກຄົນ ຂໍຈົ່ງໃຫ້ໃຊ້ຊີວິດຢ່າງມີສະຕິ ແລະ ມີຄວາມມ່ວນຊື່ນກັບໃຫມ່ທີ່ກຳລັງຈະມາເຖີງນີ້ດ້ວຍ.

ຂໍຂອບໃຈ ຂໍ້ມູນດີໆຈາກ: https://hilight.kapook.com/view/100574
ແລະ ຮູບພາບປະກອບຈາກ: http://xfile.teenee.com/miracle/2732.html

ไม่มีความคิดเห็น:

แสดงความคิดเห็น

ຄວາມຫມາຍຂອງ ເຮືອນ 3, ນ້ຳ 4

ຖ້າເວົ້າເລື່ອງ ສະເຫນ່ຂອງແມ່ນຍິງລາວ ແມ່ນມີອົງປະກອບດ້ວຍ ຄຳວ່າ “ເຮືອນ 3 ນ້ຳ 4” ຕາມຮີດເກົ່າຄອງເດີມ ຂອງຄົນລາວເຮົາທີ່ໄດ້ມີການສືບທອດກັນມາແຕ່ບູ...