วันจันทร์ที่ 13 สิงหาคม พ.ศ. 2561

ຄວາມເປັນມາຂອງຫລາເຂັນຝ້າຍ.


ຫລາເຂັນຝ້າຍ.
ໃນສະໄໝກ່ອນແຕ່ ປູ່-ຍ່າ, ຕາ-ຍາຍ ຂອງເຮົາ ດໍາລົງຊີວິດ ດ້ວຍການໃຊ້ ເຄື່ອງນຸ່ງແພ ທີ່ຜະລິດດ້ວຍມື ແລະ ເພື່ອໃຫ້ມີຄວາມອົບອຸ່ນດີ ຈຶ່ງໄດ້ນໍາໃຊ້ ດອກຝ້າຍມາ ອີ້ວ, ມາດີດ, ມາລໍ້ ໃສ່ໄມ້ເຮັດເປັນກົມໆ ເຊຶ່ງເພີ່ນເອີ້ນ ວ່າ ລໍ້ຝ້າຍຈາກນັ້ນ ຈຶ່ງໃຊ້ໂດຍເອົາໄມ້ມາປະກອບເຮັດເປັນຫລາ ເພື່ອເຂັນຝ້າຍນັ້ນໃຫ້ເປັນເສັ້ນ, ແລ້ວໄປນໍາໃຊ້ຕໍ່າຫູກ ເປັນແຜ່ນແພຊະນິດຕ່າງໆ ສະນັ້ນ ກ່ອນຈະເຮັດເປັນແພ, ເປັນສີ້ນ ຈະຕ້ອງມີໄດເຂັ້ນຝ້າຍໃສ່ໃນຫລານຳ.
Source: bhukram

ອຸປະກອນ ໃນການເຮັດປະກອບມີ:

1. ພ້າ
2. ສີ່ວ
3. ໄມ້ໄຜ່ (ເພື່ອເຮັດໃບຫລາ)
4. ເຫລັກໃນແຫລມ ຍາວປະມານ 25 ຊມ
5. ໄມ່ໄລ່ນ້ອຍ (ເພື່ອເຮັດກໍ້ໃນ)
6. ສາຍຝ້າຍ (ເພື່ອເຮັດສາຍຫລາ)
7. ຂີ້ສູດ (ເພື່ອໄວ້ຮຸກສາຍຫລາ)
8. ໄມ້ຈິງ (ເພື່ອໄວ້ເຮັດ ເສົາ, ຄານ, ເສົາຫູແບ້)
9. ນອກຈາກນີ້ຍັງຈະຕ້ອງມີ ເລື່ອຍ, ຄ້ອນຕີ ແລະ ເຫລັກຕາປູ ເພື່ອຄວາມສະດວກໃນການເຮັດ.
Source: misterworker

ຂັ້ນຕອນໃນການເຮັດ:
ກ່ອນອື່ນໝົດ ເຮົາຕ້ອງເຮັດເສົາກ່ອນ ແລ້ວກໍ່ເຮັດຄານ, ເຮັດແກນຫລາ, ໃສ່ໄນຫລາ, ໃສ່ໃບຫລາ ແລ້ວກໍ່ໃສ່ສາຍຫລາ ຈາກນັ້ນເຮົາກໍ່ໃສ່ມືຫລາ ເປັນອັນວ່າສຳເລັດ.


ຂໍຂອບໃຈ ບົດຄວາມດີໆທີ່ຂຽນຂື້ນມາເຜີຍແຜ່ໂດຍ: ອາຈານ ບຸນວຽງ ວົງສົມພອນ


ແລະ ຂໍ້ມູນຈາກ: ບ້ານ ເລົ່າຄໍາ, ເມືອງເຟືອງ ແຂວງ ວຽງຈັນ, ປີ 2007

ไม่มีความคิดเห็น:

แสดงความคิดเห็น

ຄວາມຫມາຍຂອງ ເຮືອນ 3, ນ້ຳ 4

ຖ້າເວົ້າເລື່ອງ ສະເຫນ່ຂອງແມ່ນຍິງລາວ ແມ່ນມີອົງປະກອບດ້ວຍ ຄຳວ່າ “ເຮືອນ 3 ນ້ຳ 4” ຕາມຮີດເກົ່າຄອງເດີມ ຂອງຄົນລາວເຮົາທີ່ໄດ້ມີການສືບທອດກັນມາແຕ່ບູ...