วันอาทิตย์ที่ 19 สิงหาคม พ.ศ. 2561

ຫວນຄືນເບິ່ງນ້ຳຖ້ວມເມືອງວຽງຈັນ ເມື່ອ 52 ປີທີ່ແລ້ວ.

ເປັນເຫດການອຸທົກກະໄພຫນຶ່ງ ທີ່ໄດ້ນຳຄວາມເສຍຫາຍຢ່າງໃຫຍ່ຫລວງມາສູ່ປະຊາຊົນຊາວນະຄອນຫລວງວຽງຈັນ ຂອງພວກເຮົາ.

ກ່ອນປີ 1966 ຄັນຄູອ້ອມວຽງຈັນມີຄວາມສູງພຽງລະດັບ 12 ແມັດ ໂດຍສະເລ່ຍເທົ່ານັ້ນ, ແຕ່ວ່າເຫນືອ ເກົ້າລ້ຽວຂື້ນໄປ ຈະບໍ່ມີຄັນຄູກັ້ນນໍ້າ, ໃນປີນັ້ນ ລະດັບນໍ້າຂອງຂື້ນແມ່ນສູງເຖິງ 12.71 ແມັດ (ເຊິ່ງເທົ່າກັບ ລະດັບ 13.71 ແມັດ ໃນລະບົບວັດແທກນໍ້າໃນປັດຈຸບັນ) ຈຶ່ງເຮັດໃຫ້ທົ່ວບໍລິເວນນະຄອນຫລວງວຽງຈັນ ແລະ ເຂດອ້ອມແອ້ມ ຖືກນ້ຳຖ້ວມເຕັມໄປຫມົດ.

ນ້ຳຂອງໄດ້ລັ່ງເຂົ້າມາທາງເກົ້າລ້ຽວ ກ່ອນຈະລົງມາເຂົ້າເຂດ ເດີ່ນບິນສາກົນວັດໄຕ, ແລ້ວລົງມາໃສ່ຄຸ້ມຫນອງດ້ວງ, ຈາກນັ້ນໄດ້ແບ່ງນ້ຳອອກເປັນ 2 ສາຍ:
- ສາຍ 1 ໄຫລລົງໃສ່ແມ່ນໍ້າປ່າສັກ ລົງມາຮ່ອງທອງ, ຫັດສະດີ, ຕະຫລາດເຊົ້າ ໄປຕາມຫນອງຈັນ ລົງໃສ່ ສາລາແດງ, ໂພນສະຫວັນ ໄປອອກໃສ່ ປາກຫ້ວຍຂາວ ແລະ ທ່າເຮືອຫລັກສີ່.

- ສາຍ 2 ໄດ້ໄຫລໄປຕາມຮ່ອງຄ້າ, ທົ່ງຂັນຄໍາ, ທົ່ງຕູມ ໄປລົງໃສ່ ຮ່ອງແຊງ ເຂົ້າໄປບຶງທາດຫລວງ ແລະ ສ່ວນຫນຶ່ງໄຫລໄປຫ້ວຍຫມາກຮຽວ ແລ້ວອອກສູ່ແມ່ນ້ຳຂອງ.

ເມື່ອກັບມາເວົ້າເຖິງສາເຫດ ເມື່ອລະດັບນ້ຳຂອງສູງຂຶ້ນເລື້ອຍໆ ຄັນຄູຕ້ານນ້ຳແຄມຂອງ ກໍ່ຮັບບໍ່ໄດ້ ຈຶ່ງເຮັດໃຫ້ນ້ຳຂອງຫລັ່ງໄຫລເຂົ້າມາຖ້ວມ ແລະ ເກືອບຫມົດຕົວເມືອງນະຄອນຫລວງວຽງຈັນ ຕົກຢູ່ໃຕ້ນ້ຳ ເປັນເວລາ 1 ອາທິດ ເພາະລະດັບຄວາມສູງ ຂອງພື້ນທີ່ເມືອງວຽງຈັນ ແມ່ນຢູ່ໃນລະດັບ 168-170 ແມັດ (ສູງກວ່າລະດັບນ້ຳທະເລ), ຕະຫລາດເຊົ້າສູງຢູ່ໃນລະດັບ 170 ແມັດ, ໃນເຂດເມືອງເກົ່າສູງຢູ່ໃນລະດັບ 168 ແມັດ, ເຂດບ້ານຝາຍສູງຢູ່ໃນລະດັບ 171 ແມັດ (ສູງກວ່າລະດັບນ້ຳທະເລ), ສ່ວນລະດັບນ້ຳຂອງຂື້ນເວລານັ້ນແມ່ນ 171.10 ແມັດ.
(ທ່ານສາມາດເບິ່ງໃນຮູບແບບຂອງວີດີໂອໄດ້ຕາມລຸ່ມນີ້)



ແລະ ນີ້ເປັນເຫດການພຽງບາງສ່ວນ ທີ່ທາງເຮົາໄດ້ນຳມາເຜີຍແຜ່ໃຫ້ຜູ້ອ່ານໄດ້ຮັບຮູ້ ເຖິງເຫດການອຸທົກກະໄພໃນຄັ້ງນັ້ນ. 

ທີ່ມາຂອງບົດຄວາມ: ວາລະສານ ຄວາມເປັນມາ ຂອງນະຄອນຫລວງວຽງຈັນ (ເຫລັ້ມທີ 4)
ທີ່ມາຂອງຮູບພາບ: www.flickr.com
ທີ່ມາຂອງວີດີໂອ: https://www.youtube.com/watch?v=RevQiXNW-Ts



ไม่มีความคิดเห็น:

แสดงความคิดเห็น

ຄວາມຫມາຍຂອງ ເຮືອນ 3, ນ້ຳ 4

ຖ້າເວົ້າເລື່ອງ ສະເຫນ່ຂອງແມ່ນຍິງລາວ ແມ່ນມີອົງປະກອບດ້ວຍ ຄຳວ່າ “ເຮືອນ 3 ນ້ຳ 4” ຕາມຮີດເກົ່າຄອງເດີມ ຂອງຄົນລາວເຮົາທີ່ໄດ້ມີການສືບທອດກັນມາແຕ່ບູ...