วันอังคารที่ 4 กันยายน พ.ศ. 2561

ສິ້ນ ແລະ ກຸລະສະຕີ.


ສິ້ນ ແລະ ກຸລະສະຕີ.

 ຈະເວົ້າໄປສໍາຫລັບແມ່ຍິງລາວເຮົາ ສິ້ນຖືວ່າລວມເປັນເສື້ອຜ້າອາພອນຫລັກ ຂອງພວກເຮົາ ທີ່ບົ່ງບອກຕົວຕົນຂອງຜູ້ສວມໃສ່ ໄດ້ເປັນຢ່າງດີ.

ຢາກຮູ້ວ່າຜູ້ຍິງງາມໃຫ້ເບິ່ງທີ່ຫນ້າ ແຕ່ຖ້າຢາກໄດ້ພັນລະຍາ ໃຫ້ເບິ່ງທີ່ສິ້ນ ແລະ ການແຕ່ງຕົວ
ຄຳກ່າວນີ້ຍັງຄົງນິຍາມ ຄວາມຫມາຍຂອງສິ້ນ ກໍ່ຄຶການແຕ່ງຕົວຂອງແມ່ຍິງ ໄດ້ດີຢູ່ສະເຫມີ.

ໃນອາດີດ ຜູ້ຍິງຈະມັກນິຍົມກັນ ຕັດ-ຍິບ ສີ້ນໄວ້ ສຳຫລັບສວມໃສ່ດ້ວຍຕົວເອງ ໂດຍຫລັກໆຈະແບ່ງອອກເປັນສອງແບບໃຫຍ່ໆ ເພື່ອໃຫ້ເຂົ້າກັບ ກາລະ-ເທສະ ກໍ່ຄຶການໃສ່ຢູ່ບ້ານ-ເຮືອນ ກໍ່ຈະນຸ່ງສີ້ນທີ່ແພຝ້າຍທຳມະດາ ບໍ່ມີລວດລາຍ ອິຫຍັງຫລາຍ ແລະ ອີກແບບຫນຶ່ງກໍ່ຄຶ ໄວ້ໃສ່ສຳຫລັບອອກງານສັງຄົມ ຫລື ໃສ່ໄປເຮັດວຽກ-ເຮັດການ ກໍ່ຈະມີຄວາມປານີດຫລາຍຂື້ນ ບໍ່ວ່າຈະເປັນເລື່ອງແຜ່ນແພ, ລວດລາຍຕົກແຕ່ງ, ການເພີ້ມສີສັນ ລວມເຖີງຄຸນະພາບຂອງເນື້ອຜ້າ ທີ່ຈະມີລາຄາສູງຂື້ນ. ດັ້ງນັ້ນການຕໍ່າຜ້າ-ຕໍ່າສິ້ນ ໃນສະໄຫມກ່ອນ ນັ້ນຖືເປັນຫນ້າທີ່ຂອງລູກຜູ້ຍິງ ໂດຍທຸກໆ ບ້ານ-ເຮືອນ ມັກຈະປູກຝັງໃຫ້ລູກສາວຂອງຕົນ ຮູ້ຈັກກັບງານສິລະປະໃນດ້ານນີ້, ສໍາຫລັບບາງຜືນອາດຈະໃຊ້ເວລາເຖີງຫລາຍເດືອນ ຫລືອາດເປັນປີ ຈຶ່ງຈະສຳເລັດ ຂື້ນຢູ່ກັບຄວາມສວຍງາມຂອງລວດລາຍໃນການຕໍ່າ ສະນັ້ນເມື່ອຮອດມື້ໃສ່ອອກງານ ຜູ້ໃດທີ່ນຸ່ງສິ້ນແພທີ່ງົດງາມ ຢ່າງພິຖີພິຖັນນັ້ນ, ເມື່ອຜູ້ອື່ນມາພົບເຫັນກໍ່ເປັນທີ່ຖືກກ່າວເຖີງ ແລະ ຍົກຍ້ອງຊົມເຊີຍ.

ໃນດ້ານສີມືການຕໍ່າສິ້ນ ທັ້ງນີ້ໂຕສິ້ນເອງ ຈະບົ່ງບອກເຖີງຄວາມເປັນ ກຸລະສະຕີ ໃນເລື່ອງຄວາມປານີດ, ບັນຈົງ ໃນດ້ານງານສີມື, ຄວາມສຸຂຸມ ແລະ ການມີສະມາທິ ອີກທັງຍັງບົ່ງບອກເຖີງຖານະຕໍາແຫນ່ງທາງດ້ານສັງຄົມອີກດ້ວຍ ດັ່ງຄໍາບູຮານເພີ່ນມັກກ່າວວ່າ: ສຳນຽງບົ່ງບອກພາສາ, ເນື້ອຜ້າບົ່ງບອກຕະກູນ 
ສຳຫລັບອົງປະກອບຂອງສິ້ນນັ້ນ ສາມາດແບ່ງໄດ້ເປັນ 3 ສ່ວນຫລັກໆຄຶ:
1 ຫົວສິ້ນ.
2 ໂຕສິ້ນ.
3 ຕີນສິ້ນ.


 ໂດຍແພສິ້ນ ແຕ່ລະປະເພດນັ້ນຈະຖືກເອີ້ນຊື່ຕາມປະເພນີນິຍົມແຕ່ລະທ້ອງຖີ່ນ ແລະ ແຫລ່ງຕົ້ນກຳເນີດຂອງຜ້າແພ, ໂດຍປະເພດຂອງສິ້ນກໍ່ຍັງຂື້ນຢູ່ກັບຄວາມແຕກຕ່າງຂອງລາຍລະອຽດ ຂອງອົງປະກອບທັງ 3 ຢ່າງທີ່ໄດ້ກ່າວມານັ້ນ ທີ່ຈະມີຄວາມແຕກຕ່າງກັນໃນແຕ່ລະທ້ອງຖີ່ນ ເຊັ່ນ ຄວາມກວ້າງ-ຄວາມຍາວ ຂອງຕີນສິ້ນທີ່ ສັ້ນ-ຍາວ ຫລື ຄວາມແຕກຕ່າງຂອງລວດລາຍກໍ່ສາມາດເວົ້າໄດ້ວ່າເປັນໂຕແບ່ງລັກສະນະຂອງສິ້ນໄດ້.

ບໍ່ວ່າຈະເປັນສິ້ນປະເພດໃດໆ ການເລືອກແພຜ້າສິ້ນ ຕ້ອງຄຳນຶງເຖີງຮູບຮ່າງ ຂອງຜູ້ຈະສວມໃສ່ໂດຍຕ້ອງມີຄວາມກວ້າງທີ່ພໍດີກັບຄວາມສູງ ແລະ ມີຄວາມຍາວທີ່ພໍດີກັບຊ່ວງຂອງລຳໂຕ ເພື່ອຄວາມເຫມາະສົມ ແລະ ງົດງາມ.
ທ້າຍນີ້ ຫວັງວ່າທຸກໆທ່ານຈະໄດ້ຄວາມຮູ້ກ່ຽວກັບສິ້ນໄປກັນພໍສັງເຂບຈາກບົດຄວາມນີ້.


ທີ່ມາຂອງບົດຄວາມ: Mercigod.com

ไม่มีความคิดเห็น:

แสดงความคิดเห็น

ຄວາມຫມາຍຂອງ ເຮືອນ 3, ນ້ຳ 4

ຖ້າເວົ້າເລື່ອງ ສະເຫນ່ຂອງແມ່ນຍິງລາວ ແມ່ນມີອົງປະກອບດ້ວຍ ຄຳວ່າ “ເຮືອນ 3 ນ້ຳ 4” ຕາມຮີດເກົ່າຄອງເດີມ ຂອງຄົນລາວເຮົາທີ່ໄດ້ມີການສືບທອດກັນມາແຕ່ບູ...