วันศุกร์ที่ 7 กันยายน พ.ศ. 2561

ປະຫວັດບຸນຫໍ່ເຂົ້າປະດັບດິນ

ປະຫວັດບຸນຫໍ່ເຂົ້າປະດັບດິນ.
ການເຮັດບຸນຫໍ່ເຂົ້າປະດັບດິນ ເປັນປະເພນີໜຶ່ງທີ່ຈັດຢູ່ໃນຮີດສິບສອງ ນິຍົມເຮັດໃນມື້ແຮມ 14 ຄ່ຳເດືອນເກົ້າດັບ, ບຸນຫໍ່ເຂົ້າປະດັບດິນເປັນບຸນທີ່ເຮັດຂຶ້ນເພື່ອອຸທິດສ່ວນບຸນກຸສົນໄປຫາ ເຜດ ຫຼື ຍາດພີ່ນ້ອງທີ່ລ່ວງລັບໄປແລ້ວ ເຂົ້າປະດັບດິນໄດ້ແກ່ ເຂົ້າ ແລະ ອາຫານ-ຫວານຄາວ ພ້ອມໝາກພູ, ຢາສູບ ທີ່ຫໍ່ດ້ວຍໃບຕອງກ້ວຍ ເອົາໄປໄວ້ຕາມເຫງົ້າຕົ້ນໄມ້ ແຂວນໄວ້ຕາມງ່າໄມ້ ຕາມບໍລິເວນຕ້າຍວັດ(ກຳແພງວັດ) ຫຼືວາງໄວ້ຕາມພື້ນດິນ “ຫໍ່ເຂົ້ານ້ອຍ” ພ້ອມກັບເຊີນວິນຍານຂອງຍາດພີ່ນ້ອງ ເອົາພັດຕາຫານໄປຖວາຍແດ່ພຣະສົງຄ໌ ສາມະເນນ ແລ້ວອຸທິດສ່ວນກຸສົນແກ່ຜູ້ຕາຍ ໂດຍຢາດນຳ້ ອຸທິດສ່ວນກຸສົນໄປຫາ.
ມູນເຫດຂອງຄວາມເປັນມາ ຂອງເລື່ອງການເຮັດບຸນຫໍ່ເຂົ້າປະດັບດິນນີ້ ເກີດຈາກຄວາມເຊື່ອຕາມນິທານທຳມະບົດວ່າ:
“ຍາດພີ່ນ້ອງຂອງພຣະເຈົ້າພິມພິສານ ໄດ້ຍັກຍອກເງິນວັດ ຂອງສົງຄ໌ຕ່າງໆ ໄປເປັນຂອງຕົນເອງ ໃນສະໄຫມພຣະກັດສະປະ ພຣະພຸດທະເຈົ້າ ພວກອະດີດຍາດພີ່ນ້ອງຂອງພຣະເຈົ້າພິມພິສານເຫຼົ່ານັ້ນ ຄັນຕາຍໄປແລ້ວໄດ້ໄປເກີດເປັນເຜດໃນນະຣົກຕະຫຼອດພຸດທະທັນດອນ ເມື່ອພຣະເຈົ້າພິມພິສານຖວາຍທານແດ່ ພຣະສະມະນະໂຄດົມພຸດທະເຈົ້າ ໃນພັດທະກັບນີ້ ລືມຢາດນຳ້ອຸທິດສ່ວນກຸສົນໄປໃຫ້ແກ່ພວກຍາດພີ່ນ້ອງເຫຼົ່ານັ້ນ ພໍຕົກກາງຄືນມາພວກເຜດຍາດພີ່ນ້ອງຂອງພຣະເຈົ້າພິມພິສານເຫຼົ່ານັ້ນໄດ້ມາສົ່ງສຽງຮ້ອງອັນໂຫຍຫວນ ແລະ ສະແດງຮູບຮ່າງອັນເປັນຕາຢ້ານໃຫ້ແກ່ພຣະເຈົ້າພິມພິສານ ໄດ້ຍິນ ແລະ ເຫັນ ພໍຮຸ່ງເຊົ້າມື້ໃໝ່ຂຶ້ນມາຈຶ່ງໄດ້ສະເດັຈໄປຖາມ ພຣະພຸທທະເຈົ້າ ພຣະພຸດທະອົງຄ໌ຊົງເລົ່າເລື່ອງລາວ ທີ່ເປັນມູນເຫດໃຫ້ພຣະເຈົ້າພິມພິສານໄດ້ຊົງຊາບ ພຣະເຈົ້າພິມພິສານຈຶ່ງໄດ້ເຮັດບຸນຖວາຍທານອີກ ແລ້ວຈື່ງອຸທິດສ່ວນກຸສົນໄປໃຫ້ ພວກຍາດພີ່ນ້ອງທີ່ຕາຍໄປແລ້ວໃຫ້ໄດ້ຮັບສ່ວນກຸສົນແລ້ວ ໄດ້ມາສະແດງຕົນໃຫ້ພຣະເຈົ້າພິມພິສານເຫັນ ແລະ ຊາບວ່າ ຄວາມທຸກທີ່ພວກເຂົາໄດ້ຮັບນັ້ນ ໄດ້ທຸເລົາເບົາບາງລົງແລ້ວ ເພາະການອຸທິດສ່ວນກຸສົນຂອງພຣະອົງຄ໌. ດັ່ງນັ້ນ ຄົນລາວເຮົາຈຶ່ງຖືເອົາມູນເຫດນີ້ ເຮັດບຸນຫໍ່ເຂົ້າປະດັບດິນນັບແຕ່ມື້ນັ້ນຕິດຕໍ່ກັນມາບໍ່ໄດ້ຂາດ ສືບທອດມາຈົນເຖິງປັດຈຸບັນ.
ສ່ວນວິທີການເຮັດບຸນຫໍ່ເຂົ້າປະດັບດິນນັ້ນ ພໍຮອດມື້ແຮມ 13 ຄໍ່າ ເດືອນເກົ້າ ຊາວບ້ານຈະຫ້າງຫາກະກຽມອາຫາຣຫວານຄາວ ໄດ້ແກ່ ຊີ້ນ, ປາ, ເຜືອກ, ມັນ, ກ້ວຍ, ອ້ອຍ, ເຂົ້າຕົ້ມ, ເຂົ້າໜົມ, ນ້ໍາອ້ອຍ, ນຳ້ຕານ, ໝາກໄມ້, ໝາກພູ ແລະອື່ນໆ ເພື່ອຈັດລ້ຽງກັນໃນຄອບຄົວ ແລະ ເຮັດບຸນຖວາຍພຣະພິກຂຸສົງຄ໌ ສາມະເນນ ແຕ່ ສ່ວນສຳລັບອຸທິດ ໃຫ້ຍາດພີ່ນ້ອງທີ່ຕາຍໄປແລ້ວນັ້ນ ໃຊ້ຫໍ່ດ້ວຍໃບຕອງກ້ວຍ ຫຼືຕອງຈິງ ອາຫາຣຫວານຫໍ່ໜຶ່ງ ອາຫາຣຄາວຫໍ່ໜຶ່ງ ແລະໝາກພູຫໍ່ໜຶ່ງ ຫຼືບາງຄົນກໍເຮັດໃສ່ກະທົງກໍມີ ຫຼືບາງຄົນກໍເຮັດໃສ່ເຈັຍ ໂຟມສະໂນ ແລ້ວແຕ່ສະດວກ ຫຼືບາງຄົນກໍເອົາອາຫານຫວານຄາວໃສ່ໃນຫໍ່ດຽວ ກັນເລີຍກໍມີ ສິ່ງຂອງເຫຼົ່ານີ້ ຈະໜ້ອຍ ຫຼືຫຼາຍ ນັ້ນກໍແລ້ວແຕ່ສັດທາ.

ພໍຮອດເຊົ້າຂອງມື້ແຮມ 14 ຄຳ່ ເດືອນເກົ້າ ຕອນເຊົ້າມືດ ຄື ເວລາປະມານ 4-6 ໂມງ ປະຊາຊົນຈະນຳເອົາອາຫານທີ່ຫໍ່ໄວ້ມື້ຄືນນີ້ໄປວາງໄວ້ຕາມພື້ນດິນ ວາງແຈກໄວ້ຕາມບໍລິເວນວັດ ຕົ້ນໂພ ຕົ້ນໄມ້ ຕ້າຍວັດ ພ້ອມກັບຈູດທຽນ ແລະບອກກ່າວແກ່ເຜດຜີໃຫ້ມາຮັບເອົາສິ່ງຂອງແລະຜົລບຸນນັ້ນດ້ວຍ.
ບາງບ້ານ ຈະເອົາອາຫານທີ່ອຸທິດໃຫ້ແກ່ຜູ້ຕາຍຫຼັງເຮັດພິທີແລ້ວ ກໍຝັງໄວ້ໃນດິນກໍມີ ເພື່ອບໍ່ໃຫ້ຜູ້ໃດຜູ້ໜຶ່ງໄດ້ກິນອາຫານທີ່ເປັນຂອງເຫຼືອຂອງເຜດ ເພາະຢ້ານວ່າຈະກາຍເປັນເຜດໄປນຳ, ບາງບ້ານກໍມັກຈະເອົາຫໍ່ອາຫານຫຼັງພິທີນັ້ນໄປຜີຕາແຮກຢູ່ນາ ຫຼືບາງຄັ້ງກໍຫວ່ານລົງນຳ້ບູຊາພຣະຍານາກ ແລະ ແມ່ນຳ້ຄົງຄາ. ການວາງອາຫານໄວ້ຕາມພື້ນດິນ ຫຼືຕາມບ່ອນຕ່າງໆ ເພື່ອຈະໃຫ້ພວກເຜດມາຮັບເອົາຂອງອຸທິດໃຫ້ໄດ້ງ່າຍໆ ໂດຍບໍ່ຕ້ອງມີພິທີຫຍຸ້ງຍາກຫຍັງຫຼາຍ ສຳເລັດພິທີອຸທິສຜົລບຸນສົ່ງໄປໃຫ້ເຜດແລ້ວ ຊາວບ້ານກໍຈະນຳອາຫາຣທີ່ກຽມໄວ້ສ່ວນໜຶ່ງ ໄປຕັກບາດແລະ ຖວາຍທານແດ່ພຣະສົງຄ໌ ສາມະເນນ ເຊິ່ງຈະມີການໄຫວ້ພຣະຮັບສິລ, ຖວາຍທານ, ຟັງເທສ ສະຫລອງ 1 ກັນ, ຄາຣະວະ ແລະ ຮັບພອນ ຢາດນຳ້ອຸທິສສ່ວນບຸນກຸສົລໄປຍັງເຜດຜີ ຫຼືຍາດຕິພີ່ນ້ອງທີ່ລ່ວງລັບໄປແລ້ວ ແລະ ແຜ່ເມຕຕາໃຫ້ແດ່ສັພສັຕທັງຫຼາຍທັງປວງ ກໍເປັນອັນສຳເລັດພິທີບຸນຫໍ່ເຂົ້າປະດັບດີນມາຈົນເຖີງທຸກວັນນີ້.

ທີ່ມາຂອງບົດຄວາມ ແລະ ຮູບພາບໂດຍ: ອ.ສຸຈິນໂນທັມມະສາກະຍະມຸນີສີສຸທັມມະຣາຊາ ພິກຂຸ
ແລະ ລາຍການ ທັມມະທານ

ไม่มีความคิดเห็น:

แสดงความคิดเห็น

ຄວາມຫມາຍຂອງ ເຮືອນ 3, ນ້ຳ 4

ຖ້າເວົ້າເລື່ອງ ສະເຫນ່ຂອງແມ່ນຍິງລາວ ແມ່ນມີອົງປະກອບດ້ວຍ ຄຳວ່າ “ເຮືອນ 3 ນ້ຳ 4” ຕາມຮີດເກົ່າຄອງເດີມ ຂອງຄົນລາວເຮົາທີ່ໄດ້ມີການສືບທອດກັນມາແຕ່ບູ...