วันอาทิตย์ที่ 23 กันยายน พ.ศ. 2561

ຜ້າລາຍເກັດເຕົ່າ

ວິທີການຕໍ່າຜ້າລາຍເກັດເຕົ່າ.
ຜ້າລາຍເກັດເຕົ່າ ເປັນຜ້າທີ່ຕ່ຳດ້ວຍຝ້າຍ ຫລື ໄຫມ ທີ່ມີລວດລາຍຄ້າຍໆກັບກະແຕະໄມ້ໄຜ່ທີ່ສານລາຍຄັດ. ຜ້າເກັດເຕົ່າ ເປັນຜ້າທີ່ຕໍ່າດ້ວຍເຕັກນິກພື້ນຖານ ຫລື ຕໍ່າຊັດທຳມະດາ ໂດຍໃຊ້ເສັ້ນໄຫມ ຫລື ຝ້າຍສີເຂັ້ມກັບສີອ່ອນມາເປັນເສັ້ນຢືນ ແລະ ເສັ້ນພຸ່ງ ຕົວຢ່າງ: ສີດຳກັບສີຂາວ, ສີຟ້າກັບສີຂາວ, ສີນ້ຳຕານ ກັບສີຂາວ, ສີແດງເຂັ້ມກັບສີຂາວ ເປັນຕົ້ນ. ນັກຕ່ຳຜ້າ ຕັ້ງເຄືອເສັ້ນຢືນ (ເສັ້ນເຄືອຫູກ) ໂດຍໃຊ້ສີເຂັ້ມກັບສີອ່ອນສະຫລັບກັນເສັ້ນຕໍ່ເສັ້ນ ປະມານສີລະສີບເສັ້ນ, ແລ້ວຈຶ່ງຂັ້ນດ້ວຍສີເຂັ້ມສອງເສັ້ນ ແລະ ເຮັດໄປເລື້ອຍໆຈົນເຕັມຫນ້າກວ້າງຂອງຜ້າ.

ສ່ວນການຕໍ່າເສັ້ນພຸ່ງ ຈະໃຊ້ກະສວຍສອງອັນໂດຍໃຊ້ເຂົາ ຫລື ກະຕໍ ເພື່ອດຶງເສັ້ນໄຍໃຫ້ສະຫລັບກັນ ເປັນຊ່ວງໆ ເປັນເສັ້ນດ້າຍສີເຂັ້ມຫນຶ່ງອັນ, ດ້າຍສີອ່ອນຫນຶ່ງອັນ ຕໍ່າສະຫລັບກັນໄປປະມານສີບເສັ້ນແລ້ວຈະໃຊ້ສີເຂັ້ມຕໍ່າຊ້ຳເປັນສອງເສັ້ນ, ເຮັດໃຫ້ເກີດລວດລາຍຕາຕະລາງ.

ຜ້າເກັດເຕົ່າ ແຕ່ກ່ອນສ່ວນຫລາຍມັກພົບເຫັນຢູ່ໃນເຂດທ້ອງຖີ່ນທາງພາກເຫນືອຂອງລາວເຮົາ, ນິຍົມກັນໃຊ້ເປັນຜ້າຕຸ້ມ ຫລື ໃຊ້ເປັນຜ້າກັ້ງ.

ທີ່ມາຂອງບົດຄວາມ: ຫນັງສື ລາວ-ດິນແດນ ແຫ່ງວັດທະນາທຳ. 
ໂດຍ ທ່ານ ຫານຊະນະ ສີສານ

ไม่มีความคิดเห็น:

แสดงความคิดเห็น

ຄວາມຫມາຍຂອງ ເຮືອນ 3, ນ້ຳ 4

ຖ້າເວົ້າເລື່ອງ ສະເຫນ່ຂອງແມ່ນຍິງລາວ ແມ່ນມີອົງປະກອບດ້ວຍ ຄຳວ່າ “ເຮືອນ 3 ນ້ຳ 4” ຕາມຮີດເກົ່າຄອງເດີມ ຂອງຄົນລາວເຮົາທີ່ໄດ້ມີການສືບທອດກັນມາແຕ່ບູ...