วันเสาร์ที่ 20 ตุลาคม พ.ศ. 2561

ຜະຫຍາ-ພາສິດວ່າດ້ວຍການຕໍ່າຫູກທໍໄໝຂອງແມ່ຍິງລາວ

#ຜະຫຍາ-ພາສິດວ່າດ້ວຍການຕໍ່າຫູກທໍໄໝຂອງແມ່ຍິງລາວ.

ນໍ້າຕ້ອງຕາດ ຄືນ້ອງແກວ່ງຫຼາ
ນໍ້າຕ້ອງຜາ ຄືນ້ອງແກວ່ງອິ້ວ
ຟ້າຍິກຄິ້ວ ຄືນ້ອງແກວ່ງແຂນ

 ຕໍ່າຫູກບໍ່ເປັນແຈ ຕໍ່າແພບໍ່ເປັນຜ້າຕ້ອນ
ລ້ຽງມ້ອນບໍ່ຮູ້ໂຕຕື່ນໂຕນອນ ຢ່າຟ້າວວອນເອົາຜົວ

 ອ້າຍຢາກເອົາໄໝຮ້ອຍ ຈໍາປາແດງແກມດອກເກດ
ມະນີເທດເປັນແຜ່ນແກ້ວ ຕາງຜ້າຫົ່ມໜາວ

 ນັບມື້ໄກກັນແລ້ວ ຫົວເຮືອສິໄກຝັ່ງ ມາແລ້ວ
ນໍ້າຄັ່ງໜີຈາກຝ້າຍ ໄໝຊິດີ້ນຮ່ວນເຮ

 ເມືອເຢີເຈົ້າຜູ້ຟືມຊາວຫ້າ ຂອງຮາບໍ່ເຫັນຕໍ່າ ຮຽມເຮີຍ
ຫຼາຍສໍ່າເຊື້ອ ຜືນເສື້ອຄ່ອຍເມືອ ແດ່ເນີ

 ມ້ອນນອນຢ່າເກືອ ເສືອນອນຢ່າປຸກ

 ຢູ່ໃຫ້ປູກມອນ ໜີໃຫ້ຊອນຮົ້ວ

 ຢູ່ໃກ້ເກືອກິນດັ່ງ ຢູ່ໃກ້ຄັ່ງຍ້ອມຜ້າບໍ່ແດງ
ນອນສະແດງ ກອດສາວບໍ່ອຸ່ນ
ສວດຈຸ້ມກຸ້ມ ມືງຸ້ມບໍ່ເຖິງ

 ເງິນຫາກໝົດເສຍແລ້ວ ຂວັນຍັງຄ້າງໄຖ່
ອັນວ່າຜ້າຂາດແລ້ວ ແຊງນັ້ນຫາກຍັງ

 ຊາດທີ່ແນວນາມບົ້ງ ແປນໂຕກາສິຕອດກິນແລ້ວ
ໃຫ້ເຮັດຄືດັ່ງມ້ອນ ໃຍຫຸ້ມຫໍ່ໂຕ ນັ້ນທ້ອນ

 ຕິແຕ່ຄວາຍບັກເລຮ້າຍ ຮາວສວນເຈົ້າບໍ່ຖີ່
ຕິແຕ່ແມງມີ່ຮ້າຍ ຕີນສິ້ນເຈົ້າບໍ່ເອົາ

 ເບິ່ງຄົນໃຫ້ເບິ່ງໜ້າ ເບິ່ງຜ້າໃຫ້ເບິ່ງເຊີງ

 ອ້າຍວ່າບໍ່ມີເມຍຊ້ອນ ເຊີງແພອ້າຍສັງມາກ່ານ
ຫຼືວ່າລູກອ້າຍດ້ານ ຫຼືວ່າຫຼານອ້າຍດື້
ເຊີງຜ້າອ້າຍຈຶ່ງກ່ານກາງ

 ເຈົ້າຜູ້ແພຜືນກວ້າງ ປູມາໃຫ້ມັນເລື່ອມ ແດ່ທ້ອນ
ອ້າຍເລື່ອມນ້ອງນ້ອງເລື່ອມອ້າຍ ຄືຟ້າເລື່ອມດິນ

 ນ້ອງຜູ້ຄໍາແດງເຂັ້ມ ສີເຄັມນໍ້າຄັ່ງ
ແມ່ນສິຂັງແຊ່ນໍ້າ ພັນມື້ກໍບໍ່ຈາງ

 ຄັນນ້ອງຕາຍເປັນໄໝຄໍາຝັ້ນ ພັນທະນັງໃນຫຼອດ
ອ້າຍສິຕາຍເປັນໄມ້ກໍ່າພັ້ນ ພັນເຂົ້າກ່ອມກະສວຍ

 ຄັນນ້ອງຕາຍເປັນມ້ອນ ປະສົງກ່ອມດອມໄໝ
ອ້າຍສິຕາຍເປັນມອນໃບຂຽວ ກ່ອມກັນໃນດົ້ງ

 ຄັນນາງຕາຍເປັນຝ້າຍ ຫຼາໄນໃຫ້ເຂົາແກວ່ງ
ອ້າຍສິຕາຍເປັນໄມ້ກໍ່າພັ້ນ ພັນກິ້ງກ່ອມແພ

 ຕັດຕອງຍັງມີສົ້ນ ໄໝສົນຍັງມີເງື່ອນ
ເຊີນນ້ອງປົງເງື່ອນໄວ້ ໝາຍໝັ້ນບ່ອນສິເອົາ

 ຄັນສິຍັບເຂົ້າໃກ້ ຢ້ານກີດພວງຫຼານ້ອງນາ
ຄັນສິຍັບເຂົ້າຫາ ຢ້ານຊູ້ນາງທາງບ້ານ

 ໄໝຄໍາຫຍຸ້ງ ເຕັມບຸງບໍ່ເຫັນເງື່ອນ
ບາດວ່າອໍາເງື່ອນໄວ້ ແປນສົ້ນຄ່າວາ

 ອັດສະຈັນໃຈມ້ອນ ກິນແຕ່ມອນສັງມາຮູ້ຈັກຍ່ຽວ ບາດວ່າໄກ່ບັກໂຈ້ນ ກິນນໍ້າຍ່ຽວບໍ່ເປັນ

ຮິບໂຮມໂດຍ: ພຣະບຸນທະວີ ກົມພະພັນ.16/09/2018.

ไม่มีความคิดเห็น:

แสดงความคิดเห็น

ຄວາມຫມາຍຂອງ ເຮືອນ 3, ນ້ຳ 4

ຖ້າເວົ້າເລື່ອງ ສະເຫນ່ຂອງແມ່ນຍິງລາວ ແມ່ນມີອົງປະກອບດ້ວຍ ຄຳວ່າ “ເຮືອນ 3 ນ້ຳ 4” ຕາມຮີດເກົ່າຄອງເດີມ ຂອງຄົນລາວເຮົາທີ່ໄດ້ມີການສືບທອດກັນມາແຕ່ບູ...